• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບການນຳແຂວງ ຟຸກແກງ ຈີນ

      ຕອນບ່າຍວັນທີ 13 ພຶດສະພາ ຢູ່ນະຄອນ ຟຸກເຈືອ ແຂວງ ຟຸກແກງ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ ຫວ໋າງຈຽນ ເລຂາຄະນະພັກແຂວງ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຂວງ ຟຸກແກງ ແລະ ທ່ານ ຫວູຟູກົວ ເຈົ້າແຂວງແຂວງ ຟຸກແກງ

ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ ຫວ໋າງຈຽນ ເລຂາຄະນະພັກແຂວງ ຟຸກແກງ
      ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ ໃນໄລຍະຈະມາເຖິງ ແຂວງ ຟຸກແກງ ເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີມີຜົນປະໂຫຍດກັບບັນດາທ້ອງຖິ່ນ ຫວຽດນາມ ກ່ວາອີກ; ຍູ້ແຮງບັນດາການເຄື່ອນໄຫວພົວພັນແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າ, ການລົງທຶນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີແຂວງ ຟຸກແກງ ເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນຂອງ ຫວຽດນາມ ທີ່ມີທ່າແຮງ, ພິເສດແມ່ນກະສິກຳ, ປ່າໄມ້, ສິນໃນນ້ຳ.
      ສ່ວນທ່ານ ຫວ໋າງຈຽນ ເລຂາຄະນະພັກແຂວງຢືນຢັນວ່າ ອົງຄະນະພັກ, ອຳນາດການປົກຄອງແຂວງ ຟຸກແກງ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບ ຫວຽດນາມ, ປາດຖະໜາຢາກພ້ອມກັບບັນດາທ້ອງຖິ່ນ ຫວຽດນາມ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດເປັນຢ່າງດີ, ຊຸກຍູ້ການຮ່ວມມືນັບມື້ນັບມີປະສິດທິຜົນ, ແທດຈິງ. ຜ່ານນັ້ນ ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top