• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມການໂອ້ລົມສົນທະນາຮ່ວມມືເສດຖະກິດ,ການຄ້າຫວຽດນາມ-ຈີນ

      ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດເຖິງສປ.ຈີນ ແລະ ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”, ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ເຮືອນຮັບແຂກ ຕຽວຢຸຍທາຍ, ຢູ່ນະຄອນຫຼວງປັກກິງ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາຮ່ວມມືເສດຖະກິດ, ການຄ້າ ຫວຽດນາມ - ຈີນ 2017. 

(ທ່ານປະທານປະເທດ ເຈີນດ້າຍກວາງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ)
      ການໂອ້ລົມສົນທະນາໂດຍກະຊວງແຜນການ ແລະ ການລົງທຶນຫຽດນາມ, ກະຊວງການຄ້າຈີນ, ຄະນະກຳມະການສົ່ງເສີມການຄ້າສາກົນຈີນ ແລະ ກົມໃຫຍ່ການຄ້າຈີນ ປະຈຳຮົ່ງກົງ, ປະເທດຈີນ ສົມທົບກັນຈັດຕັ້ງ.
        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກັບຈີນ; ປາດຖະໜາວ່າ 2 ປະເທດສືບຕໍ່ເສີມຂະຫຍາຍບັນດາຜົນງານຮ່ວມມືໃນຊຸມປີຜ່ານມາ, ກ້າວໄປເຖິງການເປັນເຈົ້າການສ້າງທິດທາງ, ແຜນການ, ມາດຕະການແກ້ໄຂ ແລະ ຂົງເຂດຮ່ວມມືລະອຽດ ດ້ວຍວິໄສທັດຍຸດທະສາດໄລຍະຍາວ… ທ່ານປະທານປະເທດ ເຈີນດ້າຍກວາງ ຖືວ່າ, ປະຊາຄົມວິສາຫະກິດ 2 ປະເທດ ບໍ່ພຽງແຕ່ແມ່ນເຈົ້າຂອງ ຂອງວິວັດທະນາການຮ່ວມມືດ້ານເສດຖະກິດເທົ່ານັ້ນ, ຫາກຍັງປະກອບສ່ວນລິເລີມບັນດາແນວຄິດກະໂດດຂັ້ນ, ສ້າງກຳລັງໜູນໃໝ່ດ້ານການຄ້າ ແລະ ການລົງທຶນ…
        ໃນຂອບເຂດການໂອ້ລົມສົນທະນາ, ວິສາຫະກິດ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງຮ່ວມມືບາງສະບັບ ໃນຂົງເຂດ ແຈກຢ່າຍນ້ຳນົມ, ສ້າງຕັ້ງໂຮງງານຜະລິດເຂົ້າກະເບ້ຍ, ຜະລິດຊີມັງ, ການທ່ອງທ່ຽວ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top