• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດມອບໃບຕົກລົງແຕ່ງຕັ້ງຫົວໜ້າຄະນະຊີ້ນຳເຂດໄຕງວຽນ


ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ
ມອບໃບຕົກລົງແຕ່ງຕັ້ງຫົວໜ້າຄະນະຊີ້ນຳເຂດໄຕງວຽນ
(ພາບ: cand)

      ຕອນ​ບ່າຍ​ວັນ​ທີ 30/04 ຢູ່​ນະຄອນ ບວນມາ​ທ້ວດ ​ແຂວງ ດັກ​ລັກ, ຄະນະ​ຊີ້​ນຳ​​ເຂດ​ໄຕ​ງວຽນ ຈັດ​ຕັ້ງ​ພິທີ​ປະກາດ​ຂໍ້​ຕົກລົງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກງານ​ພະນັກງານ. ທ່ານພົນ​ໂທ ​ໂຕ​ເລີມ ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫລວດ ​ໄດ້​ຮັບແຕ່ງ​ຕັ້ງ​ຈາກ​ກົມ​ການ​ເມືອງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ທ່ານ​ພົນ​ໂທ ​ໂຕ​ເລີມ ກຳ​ມະ​ການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫລວດ ​ໄດ້​ຮັບ​ແຕ່ງ​ຕັ້ງ​ຈາກ​ກົມ​ການ​ເມືອງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ, ​​ເຊິ່ງ​ແມ່ນເຂດ​ທີ່​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ, ສຳຄັນ​ພິ​ເສດ​ກ່ຽວ​ກັບ​ເສດຖະກິດ - ສັງຄົມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຂອງ​ປະ​ເທດ​ຊາດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ວາງ​ໃຈ ​ແລະ ຄວາມ​ຫວັງຂອງ​ພັກ, ລັດ ​ແລະ ປະຊາຊົນ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ວ່າ: ທ່ານ​ພົນ​ໂທ ​ໂຕ​ເລີມ ສືບ​ຕໍ່​ເສີມ​ຂະຫຍາຍພູມປັນຍາ, ຄວາມ​ສາມາ​ດ, ຄຸນນະ​ທາດ​ຂອງ​ຕົນ, ບົດຮຽນ​ຂອງ​ລຸ້ນ​ໄປ​ກ່ອນ​, ປະຕິບັດສຳ​ເລັດໜ້າ​ທີ່​ສຳຄັນ ​ແລ​ະ ໜັກໜ່ວງ​ທີ່​ໄດ້​ຮັບ​ມອບ​ໝາຍ​. ພ້ອມ​ກັນ​ນັ້ນ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ສືບ​ຕໍ່​ເອົາ​ໃຈ​ໃສ່​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​​ແຂວງ​​ໄຕ​ງວຽນ ​ແລະ ​ເຂດ​ໃກ້​ຄຽງ ​ເພື່ອ​ສູ້​ຊົນ​ສ້າງ​ເຂດ​ໄຕ​ງວຽນ​​ ໃຫ້ກາຍ​ເປັນ​ເຂດ​​ເສດຖະກິດ​ຈຸດ​ສຸມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top