• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈືອງເຕີ໋ນຊາງ ເຂົ້າຮ່ວມພິທີປະກາດນາມມະຍົດ ສິນຄ້າຫວຽດນາມ 2016

ທ່ານ​ປະທານ​ປະ​ເທດ ຫວຽດນາມ ເຈືອງ​ເຕີ໋ນຊາງ ເຂົ້າ​ຮ່ວມ ແລະ 
ມອບ​ນາມມະຍົດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ດີ​ເດັ່ນ
(ພາບ: MinhHanh)
          ຕອນ​ຄ່ຳ​ວັນ​ທີ 23/02 ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະມາຄົມ​ວິ​ສາ​ຫະກິດ​ສິນຄ້າ ຫວຽດນາມ ມີຄຸນ​ນະພາ​ບສູງ​ຈັດ​ຕັ້ງ​ພິທີ​ປະກາດ​ວິ​ສາ​ຫະກິດ 500​ ແຫ່ງບັນລຸ​ນາມມະຍົດ​ສິນຄ້າ ຫວຽດນາມ ມີຄຸນ​ນະພາ​ບສູງ​ປີ 2016 ​ໂດຍ​ຜູ້ອຸປະ​ໂພ​ກ ບໍລິ​ໂພ​ກ​ເລືອກ​​ເຟັ້ນ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ເຂົ້າ​ຮ່ວມ ​ແລະ ມອບ​ນາມມະຍົດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ດີ​ເດັ່ນ. ນີ້​ແມ່ນ​ວິ​ສາ​ຫະກິດ 500 ​ແຫ່ງ​​ໄດ້​ຮັບ​ການ​ເລືອກ​​ເຟັ້ນຈາກຜູ້​ອຸປະ​ໂພ​ກບໍລິ​ໂພ​ກ​ຍ້ອນ​ມີ​ຄວາມກະຈ່າງ​ແຈ້ງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວິ​ສາ​ຫະກິດ ​ແລະ ປະຕິບັດ​​ບັນດາ​ຂໍ້​ກຳນົດ, ກົດໝາຍ​ເປັນ​ຢ່າງ​ດີ. ​ເພື່ອ​ບັນລຸໄດ້​​ໝາກຜົນ​ນີ້, ສະມາຄົມ​ວິ​ສາ​ຫະກິດ​ສິນຄ້າ ຫວຽດນາມ ມີຄຸນ​ນະພາ​ບສູງ​ໄດ້​ຮັບ​ຮູ້​ຄວາມ​ເຫັນ​ໂດຍ​ກົງ ​ຂອງຜູ້​ອຸປະ​ໂພ​ກບໍລິ​​ໂພ​ກ, ພ້ອມ​ກັບ​ພວກ​ພໍ່ຄ້າ​ຊາວ​ຂາຍ 20.000 ຄົນຢູ່ 16 ​ແຂວງ, ນະຄອນທີ່​ມີ​ລະດັບການຈຳໜ່າຍ​ສິນຄ້າ​ສູງ. ທ່ານ​ນາງ ຫວູກີ​ມ​ແຮ້ງ ປະທານ​ສະມາຄົມ​ວິ​ສາ​ຫະກິດ​ສິນຄ້າ ຫວຽດນາມ ມີຄຸນ​ນະພາ​ບສູງ ​ໃຫ້​ຮູ້​ວ່າ:
        “ພາຍຫລັງ​ເປັນ​ເວລາ 20 ປີ, ​ເມື່ອ​ຫວນ​ຄືນພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ​ຕົນ​ເອງ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວິ​ສາ​ຫະກິດ ​ແລະ ກຳນົດ​ໄດ້ 4 ​ຫຼັກ​ໝາຍ​ໃນ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ ຫວຽດນາມ. ນັ້ນ​ແມ່ນ, ສ້າງ​​ເຄື່ອງໝາຍ​ການ​ຄ້າ, ສ້າງ​ລະບົບ​​ແຈກ​ຢາຍ, ໜູນ​ຊ່ວຍການ​ເຊື່ອມ​ໂຍງ​ເຂົ້າ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ມີ​ການປ່ຽນ​ໃໝ່​​ ແລະ ຫົວຄິດ​ປະດິ​ດສ້າງ ”.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top