• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຂົ້າຮ່ວມງານພົບປະກັບຄະນະຕິດຕໍ່ອະດີດນັກໂທດປະຕິວັດຫວຽດນາມ


ປະທານ​ປະ​ເທດ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ກັບ​ຄະນະ​ຕິດ​ຕໍ່​ອະດີດນັກ​ໂທດປະຕິວັດຫວຽດນາມ
      ວັນ​ທີ 11/2 (ວັນ​ທີ 4 ຂອງ​ບຸນ​ເຕັດ), ຢູ່​ຫໍພິພິດທະພັນ​ຮ່ອງຮອຍ​ສົງຄາມ, ນະຄອນ ​ໂຮ່ຈີ​ມິນ, ທ່ານປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ເຂົ້າ​ຮ່ວມ​ງານ​ພົບ​ປະ​ຕົ້ນ​ລະດູບານ​ໃໝ່ຂອງ​ ຄະນະ​ຕິດ​ຕໍ່​ອະດີດນັກ​ໂທດປະຕິວັດ ຫວຽດນາມ, ​ແລະ ຜູ້ຕາງໜ້າບັນດາ ຄະນະ​ຕິດ​ຕໍ່​ອະດີດ​ນັກ​ໂທດ, ສະມາຄົມນັກ​ໂທດປະຕິວັດບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ງານ​ພົບ​ປະ​ເພື່ອ​ແນ​ໃສ່​ຫວນ​ຄືນ​ມູນ​ເຊື້ອ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ​ຂອງ​ບັນດາ​ນັກຮົບ​ປະຕິວັດ​ທີ່​ເຄີຍ​ຖືກ​ສັດຕູ​ຈັບ​ຕົວ ​ແລະ ກັດ​ຂັງ​ໃນ​ການ​ຕໍ່ຕ້ານ​ຄັ້ງ​ຕ່າງໆ​ຂອງ​ປະ​ເທດ​ຊາດ. ທີ່​ງານ​ພົບ​ປະ​ທ່ານ​ປະທານ​ປະ​ເທດ ກໍ່​ຮັບ​ຟັງ​ບັນດາ​ແນວ​ຄິດ​ຈິດ​ໃຈ, ຄວາມ​ປາຖະໜາ​ຂອງ​ບັນດາ​ອະດີດ​ນັກ​​ໂທດ​ປະຕິວັດ ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຈະ​ມາ​ເຖິງ. ກ່ຽວ​ກັບ​ບັນຫາ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ປະຈຸ​ບັນ, ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ, ອະທິປະ​ໄຕ​ແຫ່ງ​ຊາດ​ແມ່ນ​ສັກກະ​ລະ​ບູຊາ, ບໍ່​ອາດ​ປ່ຽນ​ແທນ, ບໍ່​ອາດ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກັບ​ຜູ້​ໃດ, ​ໃນ​ສະພາບ​ການ​ໃດ​ໄດ້. ທ່ານ​ປະທານຢືນຢັນ​ວ່າ, ພັກ, ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ເປົ້າ​ໝາຍ​ນະ​ໂຍບາຍ ​ແລະ ຊີ້​ແຈ້ງວ່າ​ ນີ້​ແມ່ນ​ວຽກ​ງານ​ທີ່​ຕ້ອງ​ປະຕິບັດ​ຕາມ​ຫຼັກການ, ​ແໜ້ນ​ແຟ້ນ, ຈະ​ແຈ້ງ ​ແລະ ຖືກ​ກັບ​ເປົ້າ​ໝາຍ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top