• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິຮູບລະບຽບການບໍລິຫານ - ກຸນແຈສຳຄັນ ເພື່ອປະຕິບັດ EVFTA ໃຫ້ສຳເລັດຜົນ

ຕອນເຊົ້າວັນທີ 30 ມິຖຸນາ, ກອງປະຊຸມເຈລະຈາກັບບັນດາວິສາຫະກິດ ເອີຣົບ ຢູ່ ຫວຽດນາມ ໄດ້ດຳເນີນຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ປະທານສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ແລະ ທ່ານ Nicolas Audier ປະທານສະຫະສະມາຄົມວິສາຫະກິດ ເອີຣົບ ຢູ່ ຫວຽດນາມ (Eurocham). 

ກອງປະຊຸມເຈລະຈາກັບບັນດາວິສາຫະກິດ ເອີຣົບ ຢູ່ ຫວຽດນາມ 

ດ້ວຍຫົວຂໍ້ວ່າ “ການປະຕິຮູບຂໍ້ກຳນົດບໍລິຫານ: ກຸນແຈປະຕິບັດ EVFTA ໃຫ້ສຳເລັດຜົນ”, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການປະຕິຮູບດ້ານບໍລິຫານ ກ່ອນທີ່ສັນຍາການຄ້າເສລີລະຫວ່າງສະຫະພາບ ເອີຣົບ (ອີຢູ) ແລະ ຫວຽດນາມ (EVFTA) ມີຜົນສັກສິດນັບແຕ່ວັນທີ 01 ສິງຫາ ເປັນຕົ້ນໄປ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Nicolas Audier  ປະທານ Eurocham ຢືນຢັນວ່າ:

        “EVFTA  ຈະຊ່ວຍໃຫ້ພວກເຮົາ ຍູ້ແຮງການຄ້າ ແລະ ການລົງທຶນລະຫວ່າງ 2 ຝ່າຍກ່ວາອີກ. ເພື່ອສາມາດສືບຕໍ່ພັດທະນາບັນດາຮູບການການຄ້າລົງທຶນທົ່ວໂລກ, ດຶງດູດການລົງທຶນເຂົ້າ ຫວຽດນາມ, ພວກເຮົາຄວນເພີ່ມທະວີການໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດກ່ວາອີກ. ນັ້ນແມ່ນກຳລັງໜູນສຳຄັນ ເພື່ອຊຸກຍູ້ເສດຖະກິດຂອງ ຫວຽດນາມ ແລະ ສາມາດແກ້ໄຂໄດ້ບັນດາບັນຫາໃນປັດຈຸບັນ.

ສະແດງຄວາມຫວັງຕໍ່ການຮ່ວມມືໃນອະນາຄົດລະຫວ່າງ 2 ຝ່າຍ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ໃຫ້ຮູ້ວ່າ:

        “ດ້ວຍພື້ນຖານໝັ້ນຄົງພາຍຫລັງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ເລື່ອງຜັນຂະຫຍາຍສັນຍາ EVFTA ແລະ ໃນໄລຍະຈະມາເຖິງແມ່ນ EVIPA ຈະສ້າງຂອບເຂດເປັນປົກກະຕິ, ຍາວນານ ແນໃສ່ຫັນຄວາມສາມາດບົ່ມຊ້ອນການຮ່ວມມືໃຫ້ດີທີ່ສຸດ, ນຳການພົວພັນເສດຖະກິດ - ການຄ້າ - ການລົງທຶນໃຫ້ສົມກັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອີຢູ”.

        ທີ່ກອງປະຊຸມ, ບັນດາວິສາຫະກິດໄດ້ແບ່ງປັນຄວາມຫຍຸ້ງຍາກ, ສິ່ງຕິດຂັດໃນການພັດທະນາບັນດາຂະແໜງການ, ຂົງເຂດເສດຖະກິດຄື: ການເຕີບໂຕຂຽວ, ພາສີ, ສາທາລະນະສຸກ, ເຄື່ອງສຳອາງ…

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top