• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດໂຄງການເຄື່ອນໄຫວແຫ່ງຊາດ “ບໍ່ມີໄພອຶດຫິວ”

      ທ່ານ ຈີ້ງດີ່ງຢູງ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດໂຄງການເຄື່ອນໄຫວ“ບໍ່ມີໄພອຶດຫິວ” ຢູ່ ຫວຽດນາມ ຮອດປີ 2025 ຫາກໍ່ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ປະຕິບັດສຳເລັດ ແລະ ຈັດຕັ້ງຜັນຂະຫຍາຍການປະຕິບັດໂຄງການເຄື່ອນໄຫວແຫ່ງຊາດ “ບໍ່ມີໄພອຶດຫິວ”

 ທ່ານ ຈີ້ງດີ່ງຢູງ ຮອງນາຍົກລັດຖະມົນຕີ,
ຫົວໜ້າຄະນະຊີ້ນຳແຫ່ງຊາດໂຄງການເຄື່ອນໄຫວ“ບໍ່ມີໄພອຶດຫິວ” ຢູ່ ຫວຽດນາມ
(ພາບ: TTXVN)
      ພາຍຫຼັງທີ່ທ່ານ ນາຍົກລັດຖະມົນຕີ ອະນຸມັດຜ່ານ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ຮັບເອົາ, ປັບປຸງກົດລະບຽບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຊີ້ນຳໃຫ້ສຳເລັດ, ຍື່ນສະເໜີຕໍ່ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳພິຈາລະນາ, ລົງນາມປະກາດໃຊ້ໃນໄຕມາດ I ປີ 2018.
        ຂໍ້ລິເລີ່ມ “ບໍ່ມີໄພອຶດຫິວ” ໂດຍທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ ຍົກອອກມາທີ່ກອງປະຊຸມພັດທະນາແບບຍືນຍົງ Rio + 20 ຢູ່ ບຣາຊີນ ໃນເດືອນມິຖຸນາ 2012. ຂໍ້ລິເລີ່ມກ່ຽວຂ້ອງເຖິງການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ສະຫັດສະວັດ 2 (MDG 2) ກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ເພື່ອແນໃສ່ຮັບປະກັນການພັດທະນາລະບົບການຜະລິດແບບຍືນຍົງ, ເພີ່ມສະມັດຕະພາບການຜະລິດ ແລະ ລາຍຮັບຂອງບັນດາຄົວເຮືອນຊາວກະສິກອນ, ຊຸມຊົນມີສະບຽງອາຫານຢ່າງພຽງພໍ, ເດັກນ້ອຍອາຍຸຕ່ຳກວ່າ 2 ປີ ບໍ່ຂາດສານອາຫານ, ບໍ່ມີການຮົ່ວໄຫລ ແລະ ບໍ່ຟຸມເຟືອຍດ້ານສະບຽງອາຫານ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top