• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດບັນຊີລາຍຊື່ ບັນດາສະຫາຍໄດ້ຄັດເລືອກເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ XV ຢ່າງເປັນທາງການ

ຕອນບ່ານວັນທີ 10 ມີຖຸນາ 2021, ທີ່ສຳນັກງານສະພາແຫ່ງຊາດ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດກອງປະຊຸມຂ່າວ ປະກາດມະຕິຂອງສະພາເລືອກຕັ້ງແຫ່ງຊາດ ກ່ຽວກັບຜົນງານການເລືອກຕັ້ງ ແລະ ບັນຊີລາຍຊື່ ບັນດາສະຫາຍໄດ້ຄັດເລືອກເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ XV.
ພາບໃນກອງປະຊຸມຂ່າວ. ພາບ: ຫງວຽນດຽບ/VNA
 
ສຳນັກຂ່າວສານ ຫວຽດນາມ ຂໍແນະນຳບັນຊີລາຍຊື່ ບັນດາສະຫາຍໄດ້ຄັດເລືອກເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ XV ຕາມແຕ່ລະຫົວໜ່ວຍເລືອກຕັ້ງໃນທົ່ວປະເທດ.

ທ່ານຜູ້ຜ່ານກໍ່ສາມາດຕິດຕາມຢ່າງລາຍລະອຽດ ບັນຊີລາຍຊື່ ບັນດາສະຫາຍໄດ້ຄັດເລືອກເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ XV ຜ່ານເວັບໄຊ ສະໜອງຂໍ້ມູນຂ່າວສານກ່ຽວກັບການເລືອກຕັ້ງ baucuquochoi.vn
ປະຕິບັດ: VNA/VNP

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.

Top