• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ເລິກເຊິ່ງຢ່າງແທດຈິງ

ວັນທີ 13 ມີນາ, ທີ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະສະມາຄົມປະຊາຊົນຈີນ ເພື່ອສັນຕິພາບ ແລະ ຫລຸດຜ່ອນກຳລັງທັບ ໂດຍທ່ານ ອານເຢຈີມ, ເລຂາທິການໃຫຍ່ສະຫະສະມາຄົມເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

 ທີ່ການຕ້ອນຮັບ
 
ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງຄະນະກຳມະການສັນຕິພາບ ຫວຽດນາມ ແລະ ສະຫະສະມາຄົມປະຊາຊົນ ຈີນ ເພື່ອສັນຕິພາບ ແລະ ຫລຸດຜ່ອນກຳລັງທັບເວົ້າສະເພາະ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ, 2 ລັດເວົ້າລວມ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ປາດຖະໜາວ່າ ຄະນະກຳມະການສັນຕິພາບ ຫວຽດນາມ ແລະ ສະຫະສະມາຄົມປະຊາຊົນ ຈີນ ເພື່ອສັນຕິພາບ ແລະ ຫລຸດຜ່ອນກຳລັງທັບ ຈະສືບຕໍ່ຮ່ວມມືຢ່າງແທດຈິງ ໂດຍຜ່ານບັນດາການເຄື່ອນໄຫວລະອຽດ; ເພີ່ມທະວີຂໍ້ມູນຂ່າວສານໃຫ້ປະຊາຊົນ 2 ປະເທດກ່ຽວກັບການພົວພັນບ້ານໃກ້ເຮືອນຄຽງ, ມິດຕະພາບລະຫວ່າງ 2 ປະເທດ; ພ້ອມກັນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ການຮ່ວມມືຢ່າງຕັ້ງໜ້າຢູ່ເວທີປາໄສສາກົນຫລາຍຝ່າຍ ແລະ ປະກອບສ່ວມເຂົ້າໃນຂະບວນການສັນຕິພາບໃນພາກພື້ນ ແລະ ໂລກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top