• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ບໍ່ຮຽກການລົງທຶນຈາກຕ່າງປະເທດດ້ວຍທຸກວິທີການ

ບໍ່ອາດປະຕິເສດໄດ້ບົດບາດສຳຄັນຂອງແຫຼ່ງລົງທຶນ ໂດຍ ກົງຈາກຕ່າງປະເທດ (FDI) ເຂົ້າໃນການພັດທະນາ ແລະ ເຊື່ອມໂຍງເສດຖະກິດສາກົນຂອງຫວຽດນາມ. ແຕ່ເຖິງຢ່າງໃດກໍ່ດີ, ໃນຄວາມເປັນຈິງໄດ້ສະແດງໃຫ້ເຫັນວ່າ FDI ກໍມີຜົນສະທ້ອນກັບ, ຖ້າຫາກບໍ່ເອີ່ຍເຖິງຄວາມລຶກລັບ ຂອງຂໍ້ຜູກມັດຕ່າງໆທີ່ຍາກຈະຄາດຄະເນ ລ່ວງໜ້າໄດ້. ດ້ວຍເຫດນັ້ນ, ເຖິງເວລາແລ້ວທີ່ຫວຽດນາມຄວນຕ້ອງຄຳນຶງເຖິງການບໍ່ຮຽກການລົງທຶນ FDI ດ້ວຍທຸກວິທີການ. 
ໃນຄວາມເປັນຈິງເຫັນວ່າ, ໃນໄລຍະຜ່ານມາ, ເພື່ອຮັບໃຊ້ ໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ, ຫວຽດນາມ ໄດ້ ຜັນຂະຫຍາຍນະໂຍບາຍຫຼາຍຢ່າງແນໃສ່ດຶງດູດ FDI. ເຖິງຢ່າງໃດກໍຕາມ, ມີຫຼາຍໂຄງການລົງທຶນບໍ່ພຽງແຕ່ ບໍ່ເສີມຂະຫຍາຍໄດ້ປະສິດທິຜົນເທົ່ານັ້ນ ຫາກຍັງກໍ່ໃຫ້ເກີດຂຶ້ນ ບັນຫາລະບົບການເພີ່ງພາທີ່ບໍ່ໜ້ອຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນອະນາຄົດ. ຊຶ່ງພົ້ນເດັ່ນຂຶ້ນແມ່ນບັນດາໂຄງການນຳໃຊ້ແຫລ່ງຊັບພະຍາກອນທຳມະຊາດສ້າງມົນລະພິດຢ່າງຮ້າຍ ແຮງຕໍ່ສິ່ງແວດລ້ອມ. ບັນຫາດັ່ງກ່າວໄດ້ເຮັດໃຫ້ກາຍເປັນບັນຫາຮີບດ່ວນດຸເດືອດໃນຫາງສຽງຂອງສັງຄົມ.

ເລື່ອງລາວກ່ຽວກັບໂຄງການໃຫຍ່ FDI Formosa ຮ່າຕີ້ງ ຫາກໍ່ເກີດມະຫາໄພຕໍ່ສິ່ງແວດລ້ອມທາງທະເລ ຢູ່ບັນດາ ແຂວງ ພາກກາງ ຫວຽດນາມ, ເຮັດໃຫ້ປາຕາຍເປັນເປັນຈຳນວນຫລາຍບາດດຽວແລ້ວກະທົບໄປເຖິງ ການທຳມາຫາກິນຂອງຊາວປະໂມງຫຼາຍໝື່ນຄົນຢືນຢູ່ຕໍ່ໜ້າໄພຫວ່າງງານ, ເສດຖະກິດທ້ອງຖິ່ນຖືກທົດຖອຍຢ່າງໜັກໜ່ວງ… ໄດ້ກາຍເປັນບົດຮຽນກ່າວເຕືອນສະຕິຕໍ່ວຽກງານເລືອກເຟັ້ນ ແລະ ຄຸ້ມຄອງບັນດາໂຄງການ FDI ຢູ່ຫວຽດນາມໃນອານາຄົດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຢືນຢັນວ່າ, ບໍ່ຄວນເພື່ອເສດຖະກິດ, ເພື່ອການລົງທຶນຈາກພາຍໃນ
ແລະ ຕ່າງປະເທດທີ່ຈະມອງຂ້າມບັນຫາສິ່ງແວດລ້ອມ. ພາບ: ຖົ໋ງເຍິດ/VNA

ພົວພັນເຖິງບັນຫາທີ່ເຈັບປວດດັ່ງກ່າວ, ໃນວາລະປະຊຸມສາມັນຂອງລັດຖະບານໃນມໍ່ໆມານີ້, ໄດ້ກ່າວເຖິງບັນຫາຂອງ  Formosa  ຮ່າຕີ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເວົ້າວ່າ: “ນີ້ແມ່ນການລ່ວງລະເມີດ ສິ່ງແວດລ້ອມຮ້າຍແຮງທີ່ສຸດ,  ແລະ ບໍ່ເຄີຍມີມາກ່ອນ”.

ຜ່ານເຫດການດັ່ງກ່າວ, ໄປຄຽງຄູ່ກັບການຊີ້ນຳຂອງບັນດາອົງການທີ່ມີບົດບາດໜ້າທີ່ໄດ້ຮິບຮ້ອນ, ຂຸ້ນຂ້ຽວເຂົ້າກວດສອບ, ປົວແປງແກ້ໄຂຜົນເສຍຫາຍ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເຜີຍແຜ່ເຊື່ອມຊຶມແນວຄິດບໍ່ແມ່ນເພື່ອສະພາບແວດລ້ອມ ການລົງທຶນຫາກບໍ່ເອົາຫົວຊາເຖິງສິ່ງແວດລ້ອມຂອງການດຳລົງຊີວິດຂອງ ປະຊາຊົນ. ທ່ານຫງວຽນຊວນ ຟຸກເນັ້ນໜັກວ່າ: “ ບໍ່ແມ່ນເພື່ອເສດຖະກິດ, ເພື່ອການລົງທຶນຈາກ ພາຍໃນ ແລະ ຕ່າງປະເທດທີ່ພວກເຮົາມອງຂ້າມບັນຫາສິ່ງແວດລ້ອມ. ນັ້ນຄືແນວທາງນະໂຍບາຍທີ່ຕ້ອງຊາບຊຶມຢ່າງລະອຽດ”.

ຫວ່າງມໍ່ໆນີ້, ໃນບັ້ນເຮັດວຽກກັບກະຊວງແຜນການ ແລະ ການລົງທຶນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ກໍໄດ້ຮຽກຮ້ອງກະຊວງດັ່ງກ່າວຕ້ອງກວດກາຢ່າງເຂັ້ມງວດວຽກງານຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ, ອີງຕາມນັ້ນຈີ່ງຈະບໍ່ດຶງດູດ FDI ດ້ວຍທຸກວິທີການ ແລະ  ຕ້ອງຄັດເລືອກເອົາບັນດາໂຄງການເພື່ອຊ່ວຍໜູນໃຫ້ແກ່ ຂະບວນການຫັນປ່ຽນໂຄງປະກອບເສດຖະກິດ. ໂຄງການທີ່ນຳໃຊ້ເຕັກໂນໂລຊີທີ່ດີ, ແກ້ໄຂວຽກເຮັດງານທຳ, ເພີ່ມ ລາຍຮັບໃຫ້ແກ່ປະຊາຊົນ, ເພີ່ມທະວີການສົ່ງອອກ ແລະ ຮັບປະກັນການຊຳລະຊະສາງເງິນຕາຕ່າງປະເທດຂອງຊາດ.

ທ່ານ ເວືອງດິ່ງເຫວ້ໄດ້ເນັ້ນໜັກວ່າ: “ພວກເຮົາຕ້ອງມີບັນດາບາດກ້າວດຶງດູດການລົງທຶນຢູ່ລະດັບທີ່ສູງກວ່າເພື່ອບໍ່ໃຫ້ເກີດມີກໍລະນີປະເທດໜຶ່ງມີສອງພື້ນຖານເສດຖະກິດ, ຝ່າຍໜຶ່ງແມ່ນບັນດາວິສາຫະກິດ FDI ແລະ ຝ່າຍໜຶ່ງແມ່ນວິສາຫະກິດພາຍໃນປະເທດ”.

FDI ມີຄວາມໝາຍສຸດທີ່ສຳຄັນຕໍ່ການພັດທະນາ ເສດຖະ ກິດຂອງຫວຽດນາມ. ໃນພາບ: ໂຮງງານກັ່ນຕອງນ້ຳມັນ ງີເຊີນ, ໜຶ່ງໃນບັນດາໂຄງການ FDI ư
ລາຍໃຫຍ່ຂອງຫວຽດ ນາມມີມູນຄ່າການລົງທຶນທັງໝົດເຖິງ 9,3 ຕື້ໂດລາ ສະຫະ ລັດ. ພາບ: ກວາງກວ໋ຽດ/VNA



ຜະລິດສິ້ນສ່ວນຍ່ອຍເຄື່ອງເອເລັກຕໂຣນິກທີ່ບໍລິສັດ Bluecom Vina ຈຳກັດ (ເປັນການລົງທຶນ 100% ຈາກ ສ.ເກົາຫຼີ) ຢູ່ຫາຍຟ່ອງ. ພາບ: ແຢງລາມ/VNA
 

ດ້ວຍມູນຄ່າການລົງທຶນຫລາຍກວ່າ 5 ຕື້ໂດລາສະຫະລັດ, ກຸ່ມເຕັກໂນໂລຊີສູງ Samsung ທີ່ແຂວງ ຖ໋າຍງວຽນ
ໄດ້ດຶງ ດູດແຮງງານຫລາຍກວ່າ 64.000 ຄົນ. ພາບ: ຮວ່າງ ງວຽນ/VNA

 
ຕາມຄວາມຄິດເຫັນຂອງບັນດານັກຊ່ຽວຊານ,ການດຶງດູດ ການລົງທຶນຈຳເປັນແຕ່ຕ້ອງຕິດພັນກັບແຜນກຳນົດຂອງການພັດທະນາຂະແໜງການ ແລະ ເຂດເສດຖະກິດ. ແລະ ເພື່ອໃຫ້ແຫຼ່ງທຶນ FDI ເສີມຂະຫຍາຍຢ່າງມີປະສິດທິຜົນ, ຫວຽດນາມຕ້ອງມີກົດບັງຄັບຢ່າງຈະແຈ້ງເພື່ອຜູກມັດບັນດາອຳນາດການປົກຄອງທ້ອງຖິ່ນຕ້ອງປະຕິບັດຕາມແຜນກຳນົດລວມ, ໂດຍສະເພາະແມ່ນຄວາມເດັດຂາດບໍ່ອອກໃບອະນຸຍາດ ຫຼື ຖອນໃບອະນຸຍາດຂອງບັນດາໂຄງການ ທີ່ບໍ່ມີຄວາມສາມາດປະຕິບັດໄດ້, ສ້າງຜົນກະທົບທີ່ບໍ່ດີເຖິງສິ່ງແວດລ້ອມ, ຕໍເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ອື່ນໆ…

ໃນໄລຍະຍາວ, ຄືດັ່ງຄຳເວົ້າຂອງທ່ານຮອງ ສາດສະດາຈານ, ດຣ ເຈີ່ນດິ່ງທ້ຽນ, ຫົວໜ້າສະຖາບັນເສດຖະກິດ ຫວຽດນາມເວົ້າວ່າ: “ພວກເຮົາໄດ້ຜ່ານພົ້ນສະໄໝອຶດຫີວດ້ານເງິນລົງທຶນ ແລະ ກໍຜ່ານສະໄຫມອີງໃສ່ການຂຸດຄົ້ນຕາມທິດເປີດກວ້າງເພື່ອຍາດແຍ່ງເອົາການລົງທຶນຈາກຕ່າງປະເທດ, ພວກເຮົາຕ້ອງມຸ່ງສູ່ ຄຸນນະພາບສູງ, ມຸ່ງສູ່ເຕັກໂນໂລຊີທີ່ດີ, ມຸ່ງສູ່ບັນດາໂຄງການທີ່ມີການພັດທະນາຢ່າງກວ້າງຂວາງ ແລະ  ແຂງແຮງກວ່າ”.

ດ້ວຍເຫດນັ້ນ, ຕາມທ່ານ“ ເຈີ່ນດິ່ງທຽນ, ດ້ວຍຖານະເປັນຄູ່ ຮ່ວມມືທີ່ສະເໝີພາບ, ຫວຽດນາມມີສິດເລືອກເຟັ້ນ, ມີສິດອີງໃສ່ກຳນົດທິດທາງພັດທະນາຂອງຕົນເພື່ອຄັດເລືອກເອົາໂຄງການລົງທຶນທີ່ມີປະສິດທິຜົນສູງສຸດ.

ໃນຂະບວນການດຳເນີນທຸລະກິດ,  ວິສາຫະກິດ FDI ຈຳນວນໜຶ່ງ ໄດ້ສວຍໃຊ້ຊ່ອງວ່າງໃນການຄຸ້ມຄອງຂອງ ຫວຽດນາມ ເພື່ອເຮັດສິ່ງຜິດກົດໝາຍ,
ພົ້ນເດັ່ນກວ່າຫມູ່ແມ່ນບໍລິສັດ Formosa ຮ່າຕີ້ງໄດ້ປ່ອຍສິ່ງເສດເຫຼືອ ສ້າງມົນລະພິດ ອອກສູ່ທະເລ ກໍ່ມະຫາໄພປາຕາຍເປັນຈຳນວນຫລວງຫລາຍ
ຢູ່ 4 ແຂວງພາກກາງ ຫວຽດນາມ. ໃນພາບ: ຄະນະຄຸ້ມຄອງກວດກາຕິດຕາມທ້ອນໂຮມ
ແລະ ທຳລາຍ ປາຕາຍທີ່ແຂວງກວ່າງຈີ້. ພາບ: ເຈີ່ນຕີ້ງ/VNA


ອົງການຈັດຕັ້ງທີ່ມີໜ້າທີ່ເກັບເອົາຕົວຢ່າງເພື່ອຊອກຫາສາ ເຫດປາຕາຍຢູ່ເຂດທະເລຂອງແຂວງກວ່າງຈີ້. ພາບ: ເຈີ່ນຕີ້ງ/VNA


ຕໍ່ໜ້າຫຼັກຖານ ແລະ ເຫດຜົນຕ່າງໆທີ່ໜ້າເຊື່ອຖື, ທ່ານ ເຈີ່ນງວຽນແທ່ງ, ປະທານສະພາຄຸ້ມຄອງບໍລິສັດເຫຼັກກ້າ ຮືງງ້ຽບ Formosa ຮ່າຕີ້ງຈຳກັດ ໄດ້ຍອມຮັບ
ແລະ ຮັບ ຜິດຊອບຕໍ່ສີ່ງທີ່ເກີດຂຶ້ນອຸບັດເຫດມົນລະພິດ ສິ່ງແວດ ລ້ອມທະເລຢູ່ 4 ແຂວງພາກກາງ ຫວຽດນາມ. ພາບ: VNA


ຄະນະນຳບໍລິສັດເຫຼັກກ້າຮືງງ້ຽບ Formosa ຮ່າຕີ້ງຈຳກັດ ກົ້ມຫົວຂໍຄວາມອະໄພ ແລະ ຍອມຮັບ ແລະ ຮັບຜິດຊອບ
ທົດແທນຄ່າເສຍຫາຍ, ປົວແປງຢ້ອນຫຼັງຜົນເສຍຫາຍທີ່ ເກີດຂຶ້ນ. ພາບ: ເຈີ່ນຕີ້ງ/VNA

 

ລົງທຶນໃນ 53 ແຂວງ, ນະຄອນ, ໃນນັ້ນ, ມີແຂວງຫາຍຟ່ອງ ເປັນທ້ອງຖິ່ນດຶງດູດທຶນ FDI ຫຼາຍທີສຸດມີທັງຫມົດ 22 ໂຄງການໄດ້ອອກໃບອະນຸຍາດໃໝ່ ແລະ ມີ 17  ໂຄງການ ຂໍດັດແປງເພີ່ມມູນຄ່າລົງທຶນໃໝ່ໃຫ້ເໝາະສົມ, ລວມມູນ ຄ່າການລົງທຶນໃຫມ່ ແລະ ຂໍເພີ່ມທຶນເທົ່າກັບ  1,742 ຕື້ ໂດລາສະຫະລັດ, ກວມເອົາ 15,4% ຂອງມູນຄ່າການລົງທຶນທັງໝົດ. ຮ່າໂນ້ຍຢືນໃນອັນດັບທີ 2 ລວມມູນ ຄ່າການລົງທຶນຈົດທະບຽນໃໝ່ ແລະ ເພີ່ມທຶນແມ່ນ 1,63 ຕື້ໂດລາສະຫະລັດ, ກວມ 14,45%. ຖັດຈາກ ນັ້ນແມ່ນ ແຂວງບິ່ງເຢືອງ, ແຂວງດົ່ງນາຍດ້ວຍ ມູນຄ່າການທຶນ ຈົດທະບຽນໃໝ່ ແລະ ເພີ່ມທຶນຈຳນວນ 1,07 ຕື້ໂດລາ ສະຫະລັດ ແລະ 928,9 ລ້ານໂດລາສະຫະລັດຕາມລຳດັບ. 

(ຄັດຈາກແຫຼ່ງ: ກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ)

 
ປະຕິບັດໂດຍ: VNA/VNP

ຫວຽດນາມ - ຈາກຄວາມທຸກຍາກ ສູ່ເສດຖະກິດ 500 ຕື້ໂດລາສະຫະລັດ

ຫວຽດນາມ - ຈາກຄວາມທຸກຍາກ ສູ່ເສດຖະກິດ 500 ຕື້ໂດລາສະຫະລັດ

ຕະຫຼອດ 80 ປີທີ່ຜ່ານມາ, ຫວຽດນາມ ໄດ້ປ່ຽນແປງຢ່າງກ້າວກະໂດດ ຈາກເສດຖະກິດທີ່ທຸກຍາກ, ຫຼ້າຫຼັງ ກາຍເປັນໜຶ່ງໃນ ເສດຖະກິດ ທີ່ມີຂະໜາດໃຫຍ່ທີ່ສຸດໃນ ອາຊີ ຕາເວັນອອກສ່ຽງໃຕ້. ໃນປີ 2024, GDP ຂອງ ຫວຽດນາມ ໄດ້ບັນລຸ ປະມານ 476 ຕື້ ໂດລາສະຫະລັດ ແລະ ຄາດວ່າ ຈະເກີນ 500 ຕື້ ໂດລາສະຫະລັດ ໃນປີ 2025. ເສັ້ນທາງການພັດທະນານີ້ ແມ່ນຜົນ ຂອງ ຂະບວນການປ່ຽນແປງໃໝ່, ການເຊື່ອມໂຍງ ແລະ ການປະຕິຮູບຢ່າງເລິກເຊິ່ງ, ເຊິ່ງເປັນການປະສົມປະສານລະຫວ່າງຈິດໃຈ ເພິ່ງພາຕົນເອງ ຂອງ ຊາດ ແລະ ຄວາມປາຖະໜາ ທີ່ຈະພັດທະນາໃນຍຸກ ໂລກາພິວັດ.

Top