• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນປີໃໝ່ ກໍາປູເຈຍ - ລາວ - ມຽນມາ - ໄທ ປີ 2019

ເລື່ອງຈັດຕັ້ງບຸນປີໃໝ່ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ສະແດງອາລົມຈິດ, ຄວາມສາມັກຄີ ແລະ ເປັນເອກະພາບ.
ຕອນເຊົ້າວັນທີ 11 ເມສາ,ຢູ່ວັດ ໂຝມິນ, ເມືອງກໍເວິບ, ນະຄອນໂຮ່ຈີມິນຂອງຫວຽດນາມ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ (HUFO) ໄດ້ສົມທົບກັບ ຄະນະພຸດທະສາສະໜາສາກົນ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ນະຄອນໂຮ່ຈີມິນ ໄດ້ ຈັດຕັ້ງບຸນປີໃໝ່ ກໍາປະເຈຍ, ລາວ, ມຽນມາ, ໄທ ປີ 2019.

ລາຍການສະແດງສິລະປະຮ້ອງລໍາທໍາເພງທີ່ວັນບຸນ (ພາບ: TTXVN)

ຕາງໜ້າສະຖານກົງສູນບັນດາປະເທດ ກໍາປູເຈຍ, ລາວ, ໄທ, ທ່ານ Luon Bunvadh, ໝູ່ພະນັກງານສະຖານກົງສູນ ກໍາປູເຈຍ ປະຈໍານະຄອນໂຮ່ຈີມິນ ໄດ້ສະແດງຄວາມປະຕິຊົມຊີື່ນ ແລະ ຖືວ່າ ເລື່ອງຈັດຕັ້ງບຸນປີໃໝ່ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ສະແດງອາລົມຈິດ, ຄວາມສາມັກຄີ ແລະ ເປັນເອກະພາບ.

        ທີ່ວັນບຸນ, ບັນດາຜູ້ແທນໄດ້ປະຕິບັດພິທີສົງພະ ເພື່ອ ພາວະນາຂໍຄວາມສະຫງົບສຸກໃນປີໃໝ່ ແລະ ຮັບຊົມບັນດາລາຍການຮ້ອງລໍາທໍາເພງຂອງບັນດາປະເທດດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top