• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນກາຣີປະກາດໂລກໄຂ້ຫວັດໃນທົ່ວປະເທດ

      ບຸນກາຣີ ໄດ້ປະກາດໂລກໄຂ້ຫວັດໃນທົ່ວປະເທດ, ສັ່ງປິດປະຕູໂຮງຮຽນທັງໝົດ ແລະ ຫ້າມບໍ່ໃຫ້ທຳການຜ່າຕັດເລີ່ມແຕ່ວັນທີ 6 ມີນາ ເປັນຕົ້ນໄປ, ໃນສະພາບການທີ່ຈຳນວນຜູ້ຕິດໂລກໄຂ້ຫວັດ B ຢູ່ປະເທດນີ້ເພີ່ມຂຶ້ນຢ່າງກະທັນຫັນ.

(ພາບປະກອບ: TTXVN) 
      ບັນດາສະມາຊິກຂອງກຳລັງພິເສດແຫ່ງຊາດ ໄດ້ສ້າງຕັ້ງຂຶ້ນເພື່ອຮັບມືກັບໂລກລະບາດອັກເສບປອດ Covid – 19 ໄດ້ກ່າວເຕືອນວ່າ ຢູ່ໂຮງໝໍແຫ່ງຕ່າງໆຂອງ ບຸນກາຣີ ເຕັມໄປດ້ວຍຄົນເຈັບທີ່ເປັນໄຂ້ຫວັດ, ນາບຂູ່ເຖິງວຽກງານກະກຽມຮັບມືກັບໄວຣັດສາຍພັນໃໝ່ ແລະ ຈະແຜ່ລາມໃນວົງກ້ວາງຢູ່ປະເທດນີ້.
        ໃນຂະນະນັ້ນ, ວົງການແພດໝໍຢູ່ ບຸນກາຣີ ໃຫ້ຮູ້ວ່າ ປັດຈຸບັນ, ໂລກໄຂ້ຫວັດ B ຢູ່ປະເທດນີ້ ພວມແຜ່ລະບາດໄວຜິດປົກກະຕິ. ຕາມສູນພະຍາດຕິດຕໍ່ແຫ່ງຊາດ ບຸນກາຣີແລ້ວ, ທ້າຍເດືອນກຸມພາ 2020, ປະເທດນີ້ໄດ້ຮັບເອົາຈຳນວນຜູ້ຕິດໄຂ້ຫວັດ B ແມ່ນ 5.000ຄົນ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top