• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາແຂວງພາກກາງຫວຽດນາມຮັບມືກັບພະຍຸນ້ຳຖ້ວມ

      ໃນ 2 ວັນມານີ້, ຢູ່ເຂດພູດອຍແຂວງກວາງຈິ ທາງພາກກາງຫວຽດນາມ ມີຝົນຕົກໜັກ, ນ້ຳຕາມຫ້ວຍນ້ຳລຳເຊຍິ່ງຂຶ້ນສູງ, ໄຫຼແຮງ, ເຮັດໃຫ້ເກີດມີນ້ຳຖ້ວມຢູ່ສະຖານທີ່ຕ່າງໆ.

(ພາບ: https://vietnamnet.vn/)
      ນັບແຕ່ຄ່ຳຄືນວັນທີ 1 ພະຈິກຈົນຮອດຕອນເຊົ້າວັນທີ 2 ພະຈິກເກີດມີຝົນຕົກໜັກຢູ່ບໍລິເວນນະຄອນດ່ານັງ ແລະ ແຂວງກວາງນາມ. ຢູ່ດ່ານັງ, ຝົນຕົກໜັກເຮັດໃຫ້ມີນ້ຳຖ້ວມຢູ່ຖະໜົນຫົນທາງສາຍຕ່າງໆ, ເຂດຊຸມຊົນຈຳນວນໜຶ່ງ.
   ຢູ່ແຂວງຟູອຽນ, ຝົນຕົກໜັກເຮັດໃຫ້ຖະໜົນຫົນທາງຈຳນວນໜຶ່ງຖືກເສາະເຈື່ອນ ຊື່ງໄດ້ເຮັດໃຫ້ເກີດມີສະພາບລົດຕິດ. ທ່ານເຈີ່ນຫີ້ວເທ ຮອງປະທານຄະນະກຳມະການປະຊາຊົນແຂວງຟູອຽນ ໃຫ້ຮູ້ວ່າ: ປະຈຸບັນ, ທາງແຂວງໄດ້ໃຫ້ບຸລິມະສິດສຸມໃສ່ໜູນຊ່ວຍເຮືອນ 160 ຫຼັງຂອງປະຊາຊົນຖືກເພພັງ, ຫຼັງຄາເພີກ, ຊ່ວຍປະຊາຊົນສ້າງຊີວິດການເປັນຢູ່ເປັນປົກກະຕິຄືນໃໝ່ ພ້ອມທັງຜັນຂະຫຍາຍວິທີການຮັບມືກັບພະຍຸ, ຝົນຕົກໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top