• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ່ານເອກອັກຄະລັດຖະທູດ ຕ່າງປະເທດ ເຊື່ອໝັ້ນວ່າ ພັກກອມມູນິດ ຈະນຳພາ ຫວຽດນາມບັນລຸບາດກ້າວບຸກທະລຸຢ່າງຍິ່ງໃຫຍ່ໃນດ້ານເສດຖະກິດ

      ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ບັນດາປະເທດປະຈຳ ຫວຽດນາມ ຫຼາຍທ່ານ ມີຄວາມສົນໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ທີ່ຜ່ານມາ, ພ້ອມທັງໄດ້ຕີລາຄາສູງບົດບາດຂອງພັກຕໍ່ຊາດ ຫວຽດນາມ.
ທ່ານ Yerlan Baizhanov ເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳຫວຽດນາມ
      ທ່ານ Anar Imanov ເອກອັກຄະລັດຖະທູດ ອາແຊັກໄບຊານ ປະຈຳ ຫວຽດນາມ ແມ່ນໜຶ່ງໃນບັນດານັກການທູດຕ່າງປະເທດ ທີ່ມີຄວາມສົນໃຈຕໍ່ການດຳລົງຊີວິດດ້ານການເມືອງ - ສັງຄົມຢູ່ ຫວຽດນາມ. ໃນໂອກາດຕົ້ນລະດູບານໃໝ່ ປີ ສະຫຼຸ 2021, ທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ ທຸກຂໍ້ຕົກລົງໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈະປັບປຸງ ແລະ ທະວີຄູນບັນດາຜົນສຳເລັດຂອງ ຫວຽດນາມ ໃນທຸກຂົງເຂດ.
            ທ່ານ Vahram Kozhoyan ເອກອັກຄະລັດຖະທູດ ອາກເມເນຍ ກໍ່ກ່າວວ່າ ບັນດາຂໍ້ຕົກລົງສຳຄັນທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈະຊຸກຍູ້ ຫວຽດນາມ ມີການກ້າວເດີນຢ່າງໝັ້ນແກ່ນໃນໄລຍະ 2021 – 2025, ຮັບປະກັນການພັດທະນາຮອດປີ 2045 ແລະ ໄກກ່ວາອີກ.
        ໃນຂະນະນັ້ນ, ທ່ານ Yerlan Baizhanov ເອກອັກຄະລັດຖະທູດ ກາຊັກສະຖານ ໄດ້ຕີລາຄາວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ສິ້ນສຸດລົງຢ່າງສຳເລັດຜົນນີ້ ໄດ້ວາງອອກບັນດາບາດກ້າວໃໝ່ໃນແນວທາງປ່ຽນແປງໃໝ່. ທ່ານ Baizhanov ກໍ່ຖືວ່າ ຫວຽດນາມ ໄດ້ຮັບມືກັບ ໂລກລະບາດໂຄວິດ - 19 ຢ່າງສຳເລັດຜົນ ແລະ ຈະຮັບມືກັບການລະບາດຄັ້ງໃໝ່ ຫວ່າງແລ້ວນີ້ຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top