• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 73 ປີ ແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ

ບັນດາຜູ້ແທນເຂົ້າຮ່ວມ ໄດ້ທົບທວນຄືນມູນເຊື້ອອັນອົງອາດກ້ຫານຂອງຊຸມວັນລຸກຮື້ຂຶ້ນໃນບໍລິເວນແຂວງເຮົ້າຢາງ ແລະ ໃນທົ່ວປະເທດ; ຄວາມໝາຍປະຫວັດສາດຂອງບົດຖະແຫຼງປະກາດເອກະລາດ, ສະຖາປະນາ ປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ. 

ວັນທີ 31 ສິງຫາ, ຢູ່່ວິຫານປະທານໂຮ່ຈີມິນ ຢູ່ຕາແສງເລືອງເຕິມ, ເມືອງລອງໝີ,ແຂວງເຮົ້າຢາງ ຂອງຫວຽດນາມ ອົງຄະນະພັກແຂວງ, ສະພາປະຊາຊົນ ແລະ ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງເຮົ້າຢາງ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ແຫ່ງການປະຕິວັດເດືອນສິງຫາສໍາເລັດ (19/8/1945 – 19/8/2018) ແລະ ວັນຊາດທີ 2 ກັນຍາ. ທີ່ພິທີ, ບັນດາຜູ້ແທນເຂົ້າຮ່ວມ ໄດ້ທົບທວນຄືນມູນເຊື້ອອັນອົງອາດກ້ຫານຂອງຊຸມວັນລຸກຮື້ຂຶ້ນໃນບໍລິເວນແຂວງເຮົ້າຢາງ ແລະ ໃນທົ່ວປະເທດ; ຄວາມໝາຍປະຫວັດສາດຂອງບົດຖະແຫຼງປະກາດເອກະລາດ, ສະຖາປະນາ ປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ.

        ແລະກໍໃນວັນດຽວກັນ, ຢູ່ເຂດປູຊະນີຍະສະຖານ ກິມລຽນ, ເມືອງນາມດານ, ແຂວງເງະອານ, ອົງຄະນະພັກ, ອໍານາດການປົກຄອງແຂວງເງະອານ, ເມືອງນາມດານ ແລະ ລູກຫຼານວົງຕະກູນ ຫງວຽນຊິງ ແລະ ຮວາງຊວນ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ແລະ ອາໄລຫາປະທານໂຮ່ຈີມິນ ເນື່ອງໃນໂອກາດ 49 ປີ ແຫ່ງວັນເຖິງແກ່ມໍລະນະກໍາຂອງເພິ່ນ. ພ້ອມກັນນັ້ນ, ຢູ່ຫໍພິພິທະພັນ ໂຮ່ຈີມິນ ເທື່ອທຽນ - ເຫວ້ ກໍໄດ້ຈັດຕັ້ງພິທີມອບຮັບ ເອກະສານ, ວັດຖຸພັນ ກ່ຽວກັບປະທານໂຮ່ຈິີມິນ 189 ຢ່າງ. ວັດຖຸພັນ, ເອກະສານເຫຼົ່ານັ້ນ ແມ່ນກ່ຽວກັບ ປະທານໂຮ່ຈິີມິນ, ກ່ຽວກັບຊີວິດກອງທັບ ແລະ ປະຊາຊົນແຂວງເທື່ອທຽນເຫວ້ ໃນຊຸມວັນເດືອນຕໍ່ຕ້ານ.

        ເນື່ອງໃນໂອກາດນີ້, ຢູ່ນະຄອນເກິນເທີ ກໍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 73 ປີ ແຫ່ງການປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ ແລະ ມອບກາໝາຍພັກ ໃຫ້ບັນດາຜູ້ທີ່ມີອາຍຸການພັກສູງ.

(ແຫຼ່ງຄັດຈາກ VOV)

 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top