• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ

      ເນື່ອງໃນໂອກາດລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ(27/7/1947 – 27/7/2017), ວັນທີ 15/7, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນບູຊາອາໄລຫາບັນດາ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານ ຮ່າງເຢືອງ, ເມືອງກົນດາວ, ແຂວງບາເຮ້ຍ ວຸ້ງເຕົາ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະໄດ້ໄປວາງພວງມາລາ
 ຢູ່ເຂດສຸສານ ຮ່າງເຢືອງ, ເມືອງກົນດາວ
      ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຈູດທູບທຽນຢູ່ແຕ່ລະສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ຮັກຊາດ, ໃນນັ້ນ ມີທ່ານເລຂາທິການໃຫຍ່ ເລຮົ່ງຟອງ, ຜູ້ຮັກຊາດ ຫງວຽນອານນິງ. ນັກຮົບວິລະຊົນຍິງ ວໍ້ທິເຊົ້າ.
   ຕອນເຊົ້າວັນທີ 15/7, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນບູຊາອາໄລຫາບັນດາ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ແຂວງ ກວາງຈິ.
      ໃນຕອນເຊົ້າວັນທີ 15/7, ຢູ່ຕາແສງ ກາມຫາຍດົງ, ເມືອງກາມເລີມ, ສະຫະພັນໃຫຍ່ແຮງງານຫວຽດນາມກໍໄດ້ຈັດພິທີລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ເປີດສະຫຼອງເຂດອາໄລຫານັກຮົບ ກາກມາ.
   ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ພ້ອມດ້ວຍຄະນໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນ ແລະ ທະຫານເສຍອົງຄະຢູ່ສູນປິ່ນປົວ ເບິ່ງແຮງດູແລ ທະຫານເສຍອົງຄະ ຖ້ວນແທ່ງ, ແຂວງບັກນິງ.
      ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 14 ກໍລະກົດ, ຢູ່ເຂດປູຊະນີຍະສະຖານພິເສດແຫ່ງຊາດ ກຳແພງເກົ່າກວາງຈິ, ລາຍການສວດມົນພາວະນາອາໄລຫາບັນດາ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໄດ້ຖືກຈັດຂຶ້ນ ຊຶ່ງມີການເຂົ້າຮ່ວມຂອງ ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ. ທ່ານ ດວານວັນຂາຍ ປະທານກຳມະບານທະນາຄານນະໂຍບາຍສັງຄົມຫວຽດນາມ ໃຫ້ຮູ້ວ່າ :
       “ຂ້າພະເຈົ້າຄິດວ່າ ກຳແພງເກົ່າກວາງຈິ ແມ່ນແຫ່ງເປັນຂີດໝາຍຄວາມເສຍສະຫຼະອັນໃຫຍ່ຫຼວງຂອງລຸ່ນພໍ່ລຸ່ນອ້າຍເພື່ອເອກະລາດ, ເສລີພາບຂອງຊາດ. ພວກຂ້າພະເຈົ້າກຳນົດວ່າ ນີ້ແມ່ນສະຖານທີ່ເປັນໜ້າຈາລຶກ ເພື່ອໃນແຕ່ລະປີ ພວກຂ້າພະເຈົ້າຈະຈັດຕັ້ງຫຼາຍຄະນະຜູ້ແທນມານີ້ ເພື່ອສຶກສາອົບຮົມມູນເຊື້ອປະຕິວັດ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ”
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top