• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວຊົມເຊີຍພັກ, ອວຍພອນບຸນປີໃໝ່ປະຈຳຊາດປີວອກ 2016 ຢູ່ທ້ອງຖິ່ນຕ່າງໆ

     
       ຕອນ​ຄຳ່​ວັນ​ທີ 3/2, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ດຳ​ເນີນ​ລາຍ​ການສະ​ແດງ​ສິລະ​ປະ​ດ້ວຍ​ຫົວ​ຂໍ້ “ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ພັກ​ຕະຫຼອດ​​ໄປ” ​ເຊິ່ງລວມມີ​ບັນດາ​ບົດ​ເພງ​ຍ້ອງຍໍ​​ພັກ​ກອມ​ມູນິດ ຫວຽດນາມ, ຊົມ​ເຊີຍ​ປະທານ ​ໂຮ່ຈີ​ມິນ, ບ້ານ​ເກີດ​ເມືອງນອນ ​ແລະ ລະດູບານ​ໃໝ່. ກ່ອນ​ໜ້າ​ນັ້ນ, ວັນ​ທີ 2/2, ນະຄອນ​ກໍ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູ​ບພາບ “ອວຍພອນລະ​ດູບານ​ໃໝ່ປະ​ວອກ - ອວຍພອນ​ພັກ​ສະຫງ່າ​ງາມ” ​ຢູ່​ຕາມ​ຖະໜົນ ດົ່ງ​ເຂີຍ.
        ​ເພື່ອ​ຂຳ່ນັບ​ຊົມ​ເຊີຍ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ວັນ​ທີ 3/2, ນະຄອນ ກວາງ​ຫງາຍ ​ໄດ້​ໄຂ​ສວນອຸ​ທິຍານ ບາ​ເຕີ ດ້ວຍ​ຫົວ​ຂໍ້ “ນະຄອນ ກວາງ​ຫງາຍ ​ເຕັມ​ໄປ​ດ້ວຍ​ສີສັນ​ລະດູບານ​ໃໝ່”.
        ສ່ວນ​ຢູ່​ແຂວງ ນີງທ້ວນ, ​ໄດ້​ໄຂ​ສວນອຸ​ທະຍານ​ລະດູບານ​ໃໝ່​ປີວ​ອກ 2016, ງານປະ​ກວດ​ຕົ້ນ​ໄມ້​ປະດັບ ​ແລະ ວາງສະ​ແດງ​ຕົ້ນ​ໄມ້​ປະດັບ​ຢູ່​ບໍ​ລິ​ເວນ​ຫໍພິພິຕະພັນ​ຂອງ​ແຂວງ.
        ​ເພື່ອ​ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນ​ິດ ຫວຽດນາມ ​ແລະ ສະ​ເຫຼີ​ມສະຫຼອງ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຢູ່​ນະຄອນ ທ໋າຍງວຽນ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ​ດ້ວຍ​ຫົວ​ຂໍ້ “ອວຍພອນ​ປະ​ເທດ​ຊາດປ່ຽນ​​ແປງ​ໃໝ່, ຊົມ​ເຊີຍ​ລະດູບານ​ໃໝ​່ປີວ​ອກ 2016”.
        ​ເນື່ອງ​ໃນ​ໂອກາດ​ນີ້, ຢູ່​ນະຄອນ ຫວີງ​ອຽນ, ​ແຂວງ ຫວີງ​ຟຸກ ກໍ​ໄດ້​ຈັດ​ຕັ້ງລາຍການ​ສະ​ແດງ​ສີ​ລະ​ປະ “ລະດູບານ​ໃໝ່​​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​ແມ່​ປະຊາຊົນ ຫວຽດນາມ ທີ່ພວມ​ອາ​ໄສ, ຮຳ່ຮຽນ ​ແລະ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ກັບ​ເມືອ​ຕ້ອນຮັບ​ບຸນ​ເຕັດ​ນັບ​ຮ້ອຍ​ຄົນ.
        ກໍ່​ໃນ​ວັນ​ທີ 3/2, ຢູ່​ແຂວງ ​ໄຕ​ນີງ ​ແລະ ​ແຂວງ ທ໋າຍບີ່​ງ ​ໄດ້​ຈັດ​ຕັ້ງ​ງານ​ບຸນ​ໜັງສືພິມ​ສະບັບ​ບຸນ​ເຕັດ​ບານ​ໃໝ່​ປີວ​ອກ 2016.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top