• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຍາກາດຕ້ອນຮັບປີໃໝ່ 2018 ຢູ່ທ້ອງຖິ່ນຕ່າງໆໃນປະເທດຫວຽດນາມ

      ຕອນຄ່ຳວັນທີ 30 ທັນວາ, ຢູ່ບໍລິເວນຕ່າງໆທີ່ໃຈກາງນະຄອນຫຼວງຮ່າໂນ້ຍ, ປະຊາຊົນໄດ້ຮັບຊົມບັນດາລາຍການສະແດງສິລະປະຕ້ອນຮັບປີໃໝ່ 2018.

ການຍິງບັ້ງໄຟດອກຢູ່ບໍລິເວນໜອງຮ່ວານກ້ຽມ, ຮ່າໂນ້ຍ 
      ມີຫຼາຍຄົນໄດ້ມາຊົມລາຍການສະແດງສິລະປະ ແລະ ລາຍການໂມງນັບເວລາຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ບໍລິເວນໂຮງລະຄອນໃຫຍ່ຮ່າໂນ້ຍ. ນາງ ທູຮ່ຽນ ຊາວຮ່າໂນ້ຍແບ່ງປັນວ່າ : 
   “ ຄວາມຫວັງຂອງເຮົາເມື່ອກ້າວສູ່ປີໃໝ່ 2018 ຈະປະສົບສິ່ງທີ່ດີງາມກ່ວາ ແລະ ບັນດາວຽກງານທີ່ຍັງບໍ່ທັນສຳເລັດໃນປີ 2017 ກໍຫວັງວ່າຈະປະສົບສຳເລັດໃນປີ 2018. ຄືການຮຽນຈະໄດ້ຮັບຜົນງານສູງກ່ວາເກົ່າ. ແລະ ເມື່ອຮຽນຈົບ ຈະມີວຽກເຮັດງານທຳ ”

ການຍິງບັ້ງໄຟດອກຢູ່ນະຄອນດານັ້ງ
      ແລະກໍໃນ ຕອນຄ່ຳວັນທີ 30 ທັນວາ ຢູ່ຄຸ້ມຖະໜົນເກົ່າໂຫ້ຍອານທີ່ແຂວງກວາງນາມ, ນະຄອນວິງທີ່ແຂວງເງະອານ ກໍລ້ວນແຕ່ໄດ້ຈັດການຕ້ອນຮັບປີໃໝ່ 2018 ຢ່າງຟົດຟື້ນມ່ວນຊື່ນ.
        ສ່ວນປະຊາຊົນຢູ່ນະຄອນໂຮ່ຈິມິນ, ປະຊາຊົນນະຄອນກໍໄດ້ຮັບຊົມບັນດາລາຍການສະແດງສິລະປະຕ້ອນຮັບປີໃໝ່ 2018 ທີ່ເປັນເອກະລັກ. ນາງ ຫງວຽນເຟືອງແທງ ໃຫ້ຮູ້ວ່າ : 
     “ ຂ້າພະເຈົ້າດຳລົງຊີວິດຢູ່ນີ້ເປັນເວລາ 20 ກ່ວາປີແລ້ວ, ແຕ່ນີ້ເປັນຄັ້ງທຳອິດ ຂ້າພະເຈົ້າໄດ້ຮັບຊົມລາຍການສະແດງສິລະປະຕ້ອນຮັບປີໃໝ່ 2018 ທີ່ເປັນໜ້າປະທັບໃຈນີ້. ບັນຍາກາດຕ້ອນຮັບປີໃໝ່ 2018 ຢູ່ນີ້ແມ່ນ ຟົດຟື້ນມ່ວນຊື່ນທີ່ສຸດ ”.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top