• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນິວ​ຊີ​ແລນ ແລະ ຫວຽດ​ນາມ ແມ່ນ​ສອງ​ປະ​ເທດ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ດີ​ທີ່​ສຸດ​ໃນ​ໂລກ

ຜ່ານການຕີລາຄາ, ບັນດານັກຄົ້ນຄ້ວາໄດ້ຢັ້ງຢືນວ່າ ນິວຊີແລນ ແມ່ນປະເທດຢືນຢູ່ອັນດັບທີ 1 ໃນຕາລະລາງຈັດອັນດັບ 100 ປະເທດທີ່ມີຜົນງານໃນການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ, ຢືນຢູ່ອັນດັບທີ 2 ແມ່ນ ຫວຽດນາມ ແລະ ຖັດຈາກນັ້ນແມ່ນ ໄຕ້ຫວັນ (ຈີນ) ແລະ ໄທ.
ເອົາຕົວຢ່າງໄປວິໄຈຫາເຊື້ອພະຍາດໂຄວິດ - 19 (ພາບ: TTXVN)

ຕາມບົດລາຍງານທີ່ໄດ້ປະກາດໃນວັນທີ 27 ມັງກອນ, ຂອງ ສະຖາບັນ Lowy ອົດສະຕາລີ ເຊິ່ງຈັດອັນດັບ ນິວຊີແລນ ແລະ ຫວຽດນາມ ແມ່ນສອງປະເທດທີ່ຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນທີ່ສຸດໃນໂລກ.

        ບັນດານັກຄົ້ນຄ້ວາຂອງສະຖາບັນ Lowy ໄດ້ເກັບກຳຂໍ້ມູນຈາກບັນດາປະເທດທີ່ແຕກຕ່າງກັນໃນໂລກ ເພື່ອຕີລາຄາສະພາບການແກ້ໄຂໂລກລະບາດໂຄວິດ - 19ຂອງແຕ່ລະປະເທດຢ່າງຖືກຕ້ອງທີ່ສຸດ. ຂໍ້ມູນເກັບກຳ ກ່ວາ 100 ປະເທດ ລວມມີ ຈຳນວນຜູ້ຕິດເຊື້ອ ຢູ່ແຕ່ລະປະເທດ, ອັດຕາຜູ້ເສຍຊີວິດ ແລະ ຈຳນວນກໍລະນີວິໄຈຫາເຊື້ອທີ່ໄດ້ຢັ້ງຢືນ.

        ຜ່ານການຕີລາຄາ, ບັນດານັກຄົ້ນຄ້ວາໄດ້ຢັ້ງຢືນວ່າ ນິວຊີແລນ ແມ່ນປະເທດຢືນຢູ່ອັນດັບທີ 1 ໃນຕາລະລາງຈັດອັນດັບ 100 ປະເທດທີ່ມີຜົນງານໃນການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ, ຢືນຢູ່ອັນດັບທີ 2 ແມ່ນ ຫວຽດນາມ ແລະ ຖັດຈາກນັ້ນແມ່ນ ໄຕ້ຫວັນ (ຈີນ) ແລະ ໄທ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top