• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳຂະແໜງທ່ອງທ່ຽວຫວຽດນາມໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ

      ວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດ ຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານ ແລະ ແຜນການກະທຳຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດ ຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານ
ແລະ ແຜນການກະທຳຂອງກະຊວງວັດທະນະທຳ
, ກິລາ ແລະ ທ່ອງທ່ຽວ
(ພາບ: toquoc.vn
      ໂຄງການເຄື່ອນໄຫວຂອງລັດຖະບານປະຕິບັດຕາມມະຕິເລກທີ 08 ຂອງກົມການເມືອງ ກ່ຽວກັບການພັດທະນາຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ໄດ້ວາງອອກ 8 ກຸ່ມໜ້າທີ່, 15 ໂຄງການລົງທຶນໃນຂົງເຂດທ່ອງທ່ຽວ. ໃນນັ້ນ, ຄາດໝາຍຮອດປີ 2020, ນຳຂະແໜງທ່ອງທ່ຽວຫວຽດນາມ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໂດຍພື້ນຖານ, ສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ; ມືອາຊີບສູງ, ມີລະບົບພື້ນຖານເຕັກນິກຄົບຊຸດພໍສົມຄວນ, ທັນສະໄໝ; ຜະລິດຕະພັນທ່ອງທ່ຽວທີ່ມີຄຸນນະພາບສູງ, ຫຼາຍຮູບຫຼາຍແບບ… ດຶງດູດນັກທ່ອງທ່ຽວສາກົນແຕ່ 17 – 20 ລ້ານເທື່ອຄົນ, ນັກທ່ອງທ່ຽວພາຍໃນ 82 ລ້ານເທື່ອຄົນ; ປະກອບ GDP ກວ່າ 10%.
        ທີ່ກອງປະຊຸມ, ຜູ້ແທນ 63 ແຂວງ, ນະຄອນໃນທົ່ວປະເທດໄດ້ແລກປ່ຽນ, ປຶກສາຫາລືບາງໜ້າທີ່, ມາດຕະການແກ້ໄຂຄື: ປ່ຽນໃໝ່ຄວາມຮັບຮູ້, ຈີນຕະນາການກ່ຽວກັບການພັດທະນາການທ່ອງທ່ຽວ; ສ້າງໂຄງປະກອບຂະແໜງທ່ອງທ່ຽວຄືນໃໝ່ຮັບປະກັນລັກສະນະມືອາຊີບ, ທັນສະໄໝ ແລະ ພັດທະນາແບບຍືນຍົງຕາມກົດເກນເສດຖະກິດການຕະຫຼາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top