• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລົດຖະມົນຕີ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງ ຂ່າວສານຫວຽດນາມ

      ຕອນບ່ານວັນ​ທີ 6 ທັນວາ 2017, ທີ່ນະຄອນຫຼວງ ວຽງຈັນ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ຄະນະຜູ້ແທນສຳນັກຂ່າວສານ ຫວຽດນາມ ໂດຍທ່ານ ​​ຫງວຽນດຶກເລີ້ຍ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ ເປັນຫົວໜ້າ ຄະນະ ເນື່ອງໃນ​ໂອກາດ​​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ຕາມຄຳເຊື້ອເຊີນຂອງທ່ານ ສູນທອນ ຄັນທະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດ ລາວ. 
ທີ່ການຕ້ອນຮັບ, ທ່ານ ​​ຫງວຽນດຶກເລີ້ຍ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ທ່ານ ທອງ​ລຸນ ສີ​ສຸ​ລິດ ທີ່​ໄດ້​ສະຫຼະເວລາ​ອັນ​ມີຄ່າ ໃຫ້ການ​ຕ້ອນຮັບ​ອັນອົບອຸ່ນ​ໃນ​ຄັ້ງ​ນີ້, ສິ່ງດັ່ງກ່າວ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ລາວ ໃຫ້ແກ່ວຽກງານຂ່າວສານ, ພິເສດແມ່ນສາຍພົວພັນຮ່ວມມືລະຫວ່າງ VNA ແລະ KPL.
      ທ່ານ ​​ຫງວຽນດຶກເລີ້ຍ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, VNA ໄດ້ມີການຊ່ວຍເຫຼືອ KPL ໃນຫຼາຍດ້ານ, ພິເສດໃນວຽກງານ ແລກປ່ຽນຂໍ້ມູນ ຂ່າວສານ; ກໍ່ສ້າງນັກຂ່າວ, ບັນນາທິການ ແລະ ຊ່ວຍເຫຼືອ ອຸປະກອນທາງດ້ານເຕັກນິກໃຫ້ແກ່ KPL.
ໃນປີ 2017, VNA ແລະ KPL ໄດ້ປະຕິບັດບັນດາເນື້ອໃນ ຮ່ວມມືຕາມຂໍ້ຕົກລົງ ລະຫວ່າງສອງສຳນັກຂ່າວສານ ເປັນຢ່າງ ດີ, ສົມທົບກັນໃນວຽງການໂຄສະນາເຜີຍແຜ່ ກ່ຽວກັບບັນດາ ເຫດການທີ່ຍິ່ງໃຫຍ່ຂອງສອງປະເທດຢ່າງມີປະສິດທິຜົນ, ພິເສດແມ່ນບັນດາເຫດການໃນຂອບເຂດຂອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017. 
      VNA ປາດຖະໜາວ່າ ທ່ານນາຍົກລັດຖະມົນ ຕີ ແລະ ບັນດາສະຫານທ່ານຜູ້ນຳ ລາວ ຈະໃຫ້ຄວາມສະໜັບສະໜູນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ VNA ແລະ KPL ສືບຕໍ່ເພີ່ມທະວີການຮ່ວມມື, ສຳເລັດໜ້າທີ່ຂອງ ສອງສຳນັກຂ່າວສານເປັນຢ່າງດີ.
      ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເນັ້ນໜັກວ່າ ການຢ້ຽມຢາມຂອງຄະນະຜູ້ແທນ VNA ໄຂຂຶ້ນໃນໄລຍະສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ພວມມີການສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017.
      ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢືນຢັນຄວາມສຳຄັນຂອງສອງສຳນັກຂ່າວສານ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງ VNA ໃຫ້ແກ່ KPL, ສິ່ງດັ່ງກ່າວ ບໍ່ພຽງແຕ່ເຮັດໃຫ້ KPL ນັບມື້ນັບພັດທະນາຂຶ້ນເທົ່ານັ້ນ, ຫາກຍັງສາມາດຕອບສະໜອງ ໃຫ້ແກ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການງານທີ່ພັກ ແລະ ລັດຖະບານ ລາວ ມອບໃຫ້ ໄດ້ດີກວ່າ.
      ກ່ອນໜ້ານັ້ນ, ໃນຕອນບ່າຍ​ວັນ​ທີ 5 ທັນວາ 2017, ຄະນະ ຜູ້ແທນສຳນັກຂ່າວສານ ຫວຽດນາມ ໂດຍທ່ານ ຫງວຽນດຶກເລີ້ຍ ເປັນຫົວໜ້າຄະນະ ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນສຳນັກຂ່າວສານປະເທດ ລາວ ໂດຍທ່ານ ສູນທອນ ຄັນທະວົງ ເປັນຫົວໜ້າຄະນະ.
      ເຂົ້າ​ຮ່ວມການພົບປະເຈລະຈາມີ​ທ່ານ ສະຫວັນ​ຄອນ ລາຊະ​ມຸນ​ຕີ ຮອງ​ລັດຖະມົນຕີກະຊວງຖະ​ແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ແຫ່ງ ສປປ ລາວ. 
      ການ​ພົບ​ປະ​ໃນ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ທົບ​ທວນ​ການ​ປະຕິບັດ​​ແຜນ​ການ​ຮ່ວມ​ມື ລະຫວ່າງ ສອງ​ສຳນັກ​ຂ່າວສານ ລາວ-ຫວຽດນາມ ​ໃນ​ປີ 2017, ພ້ອມກັນນັ້ນ ກໍ່ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ແຜນການເຄື່ອນໄຫວ ແລະ ຮ່ວມມືໃນປີ 2018 ຕາມອະນຸສັນຍາວ່າດ້ວຍການຮ່ວມມືດ້ານວິຊາການໄລຍະ 2016-2020. 
      ທ່ານ ສູນທອນ ຄັນທະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ແລະ ຮ່ວມມືຮອບດ້ານຂອງ VNA ໃຫ້ແກ່ KPL ໃນຕະຫຼອດເວລາທີ່ຜ່ານມາ, ເປັນຕົ້ນແມ່ນໃນຂົງເຂດບຳລຸງສ້າງພາສາ ຫວຽດນາມ ໃຫ້ແກ່ນັກຂ່າວ, ບັນນາທິການຂອງ KPL ແລະ ອຸປະກອນທາງດ້ານເຕັກນິກ. 
      ທ່ານ ຫງວຽນດຶກເລີ້ຍ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ KPL ໃຫ້ແກ່ບັນດາການເຄື່ອນໄຫວຂອງຫ້ອງການປະຈຳຂອງ VNA ຢູ່ ລາວ; ຕີລາຄາສູງການສົມທົບຂອງ KPL ໃນວຽກງານກະກຽມ ແລະ ຈັດຕັ້ງງານວາງສະແດງຮູບພາບ “ສາຍພົວພັນ ຫວຽດນາມ-ລາວ ໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນຳ້ລຳເຊ” ເນື່ອງໃນປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ, ລາວ -ຫວຽດນາມ 2017, ກໍ່ຄືການຈຳໜ່າຍຂ່າວພາບ ຫວຽດນາມ ດ້ວຍພາລາ ລາວ ຢູ່ ລາວ. 
      ກ່ຽວກັບແຜນການຮ່ວມມືໃນປີ 2018, ການນຳ VNA ແລະ KPL ຕົກລົງກັນຈະເພີ່ມທະວີການຮ່ວມມື, ຍົກສູງວຽກງານແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງສຳນັກຂ່າວສານຢ່າງມີປະສິດທິຜົນ. ສືບຕໍ່ຊ່ວຍເຫຼືອການຈຳໜ່າຍວາລະສານ ຂ່າວພາບ ຫວຽດນາມ (ພາສາ ລາວ);
      VNA ​​ສືບຕໍ່ຮັບ​ເອົາ​ພະນັກງານ​ຂອງ​ KPL ​ໄປ​ຝຶກ​ອົບຮົມ​ດ້ານ​ວິຊາ​ການຢູ່​ VNA ​ໃນ​ປີ 2018 ​ແລະ ຈະ​ຊ່ວຍ​ເຫຼືອສະໜອງ​ອຸປະກອນ​ເພື່ອ​ຕິດ​ຕັ້ງ​ຫ້ອງ​ຖ່າຍ​ທຳຢູ່​ຕຶກ​ອາຄານໃໝ່​ຂອງ​ KPL ຕາມ​ຄວາມ​​ເໝາະສົມ.
      ສິ້ນສຸດການພົບປະເຈລະຈາ, ການນຳສອງສຳນັກຂ່າວສານ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນປີ 2018.
ປະຕິບັດ: VNA/VNP 

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top