• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີກວດກາໂດຍບັງເອີນວຽກງານປ້ອງກັນຕ້ານໂລກລະບາດໂຄວິດ-19 ຜ່ານລະບົບທາງໄກ

      ທ່ານນາຍົກລັດຖະມົນຕີຊີນຳໃຫ້ບັນດາຕາແສງ, ບ້ານ, ເທດສະບານເມືອງ ສືບຕໍ່ປະຕິບັດບັນດາຂໍ້ກຳກົດການແຍກຫ່າງສັງຄົມ, ການແຍກຕົວ, ການຮັບປະກັນຊີວິດສັງຄົມ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19
(ພາບປະກອບ: VGP)
      ຕອນຄ່ຳວັນທີ 02 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ກວດກາໂດຍບັ້ງເອີນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຜ່ານລະບົບທາງໄກຢູ່ 5 ຕາແສງ, ບ້ານ, ເທດສະບານເມືອງຂຶ້ນກັບນະຄອນ ໂຮ່ຈີມິນ, ແຂວງ ລອງອານ, ຕຽນຢາງ. ນີ້ແມ່ນໜຶ່ງໃນຈຳນວນບັນດາຕາແສງ, ບ້ານ, ເທດສະບານເມືອງມີການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19. ພາຍຫຼັງກຳແໜ້ນສະພາບການຢູ່ຂັ້ນຮາກຖານ, ທ່ານນາຍົກລັດຖະມົນຕີຊີນຳໃຫ້ບັນດາຕາແສງ, ບ້ານ, ເທດສະບານເມືອງ ສືບຕໍ່ປະຕິບັດບັນດາຂໍ້ກຳກົດການແຍກຫ່າງສັງຄົມ, ການແຍກຕົວ, ການຮັບປະກັນຊີວິດສັງຄົມ, ຮັບປະກັນໃຫ້ປະຊາຊົນໄດ້ສຳຜັດກັບບັນດາການບໍລິການສາທາລະນະສຸກໃຫ້ເປັນຢ່າງດີກວ່າ; ຈັດການສັກວັກຊິນໂດຍມີວິທະຍາສາດ, ປອດໄພ, ມີປະສິດທິຜົນ, ຮັບປະກັນການປ້ອງກັນ ຕ້ານໂລກລະບາດຕາມການແນະນຳຂອງກະຊວງສາທາລະນະສຸກ; ເບິ່ງແຍງດູແລ, ປິ່ນປົວໃຫ້ກໍລະນີ F0 ຢ່າງທັນການ. ພ້ອມກັນນັ້ນ, ຕ້ອງໂຄສະນາ, ຂົນຂວາຍ, ຮຽກຮ້ອງໃຫ້ປະຊາຊົນປ້ອງກັນ ຕ້ານໂລກລະບາດ.
        ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ໜ່ວຍປະຕິບັດງານພິເສດຂອງລັດຖະບານ ໄດ້ເຮັດວຽກກັບຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງນະຄອນໂຮ່ຈີມີນ ກ່ຽວກັບບັນດາວຽກງານທີ່ສືບຕໍ່ຕ້ອງໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top