• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງເປັນປະທານກອງປະຊຸມທາງໄກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ຢູ່ນະຄອນ ໂຮ່ຈີມິນ, ແຂວງບິ່ງເຢືອງ, ຈຳນວນຜູ້ຕິດເຊື້ອລາຍໃໝ່ຍັງຢູ່ໃນລະດັບສູງ (ດ້ວຍຈຳນວນປະມານ 50% ແມ່ນຄົ້ນພົບໃນຊຸມຊົນ) ແລະ ມີທ່າອ່ຽງເພີ່ມຂຶ້ນ ຍ້ອນພວມເພີ່ມທະວີປະຕິບັດການວິໄຈຫາເຊື້ອໃນວົງກ້ວາງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
     ຕອນເຊົ້າວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນປະທານກອງປະຊຸມທາງໄກ ລະຫວ່າງ ຄະນະຊີ້ນຳກັບ 20 ແຂວງ, ນະຄອນຂຶ້ນກັບສູນກາງ. ລາຍງານທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ ໃຫ້ຮູ້ວ່າ: ສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ. ຢູ່ນະຄອນ ໂຮ່ຈີມິນ, ແຂວງບິ່ງເຢືອງ, ຈຳນວນຜູ້ຕິດເຊື້ອລາຍໃໝ່ຍັງຢູ່ໃນລະດັບສູງ (ດ້ວຍຈຳນວນປະມານ 50% ແມ່ນຄົ້ນພົບໃນຊຸມຊົນ) ແລະ ມີທ່າອ່ຽງເພີ່ມຂຶ້ນ ຍ້ອນພວມເພີ່ມທະວີປະຕິບັດການວິໄຈຫາເຊື້ອໃນວົງກ້ວາງ. ບັນດາແຂວງຍັງເຫຼືອຢູ່ພາກໃຕ້, ສະພາບການໂລກລະບາດພວມຄ່ອຍໆໄດ້ຮັບການຄວບຄຸມ. ຢູ່ຮ່າໂນ້ຍ ແລະ ບັນດາແຂວງທາງພາກກາງຄື: ດ່ານັ້ງ, ແຄ້ງຮ່ວາ, ຝຸອຽນ, ໂລກລະບາດໄດ້ຮັບການຄວບຄຸມໂດຍພື້ນຖານ ແຕ່ຍັງມີຄວາມສ່ຽງເກີດຂຶ້ນຢ່າງແຮງ.
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕ້ອງກຳນົດ ແລະ ກຽມພ້ອມແນວຄິດດຳລົງຊີວິດຮ່ວມ, ປັບຕົວໃຫ້ແທດເໝາະກັບສະພາບການໃໝ່ຂອງ ໂລກລະບາດ, ພ້ອມທັງປະຕິບັດບັນດາມາດຕະການຢ່າງຂ້ຽວຂາດ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງເຖິງຖອງ ເພື່ອສຸມໃສ່ເຂົ້າໃນການປະຕິບັດບັນດາໜ້າທີ່ການເມືອງ, ພັດທະນາເສດຖະກິດ - ສັງຄົມ. ບົນຈິດໃຈຖືສຸຂະພາບ, ຊີວິດອິນຊີຂອງປະຊາຊົນເໜືອກ່ວາສິ່ງໃດໝົດ, ໃນສະເພາະໜ້າ, ບັນດາຂະແໜງ, ທ້ອງຖິ່ນ, ພິເສດແມ່ນ ຕາແສງ, ບ້ານ, ເທດສະບານ ຕ້ອງກຳນົດເປົ້າໝາຍຢ່າງຈະແຈ້ງ, ລະອຽດ, ມີຂັ້ນຕອນເພື່ອປະຕິບັດຕາມມະຕິເລກທີ 86 ຂອງລັດຖະບານ ຢ່າງສຳເລັດຜົນ, ເໝາະສົມກັບແຕ່ລະທ້ອງຖິ່ນ, ສະກັດກັ້ນໂລກລະບາດໂຄວິດ - 19 ໂດຍໄວ ມີປະສິດທິຜົນ, ບໍ່ປະໃຫ້ການແຍກຫ່າງໃນສັງຄົມແກ່ຍາວ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ “ເພື່ອປະຕິບັດການແຍກຫ່າງໃນສັງຄົມ ຕ້ອງຍອມເສຍຜົນປະໂຫຍດດ້ານ ເສດຖະກິດ, ດັ່ງນັ້ນຕ້ອງບັນລຸໄດ້ເປົ້າໝາຍຄວບຄຸມໂລກລະບາດໂຄວິດ - 19 ໄດ້.”
      ກະຊວງສາທາລະນະສຸກ ໄດ້ຈັດສົ່ງແຫຼ່ງກຳລັງຫລວງຫລາຍຂອງຂະແໜງສາທາລະນະສຸກ ໄປຫນູນຊ່ວຍໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້ດ້ວຍ ພະຍາບານ, ທ່ານໝໍ, ພະນັກງງານການແພດ 16.000 ຄົນ, ພ້ອມກັບວັດຖຸອຸປະກອນການແພດ, ເຄື່ອງຊ່ວຍຫາຍໃຈ, ຢຸກຢາ ໄປຍັງບັນດາທ້ອງຖິ່ນນີ້, ສ້າງຕັ້ງ ແລະ ເຄື່ອນໄຫວ 11 ສູນຟື້ນຟູສຸຂະພາບໃຫ້ແກ່ຜູ້ຕິດເຊື້ອມີອາການໜັກ ຢູ່ເຂດພາກໃຕ້ຢ່າງມີປະສິດທິຜົນ
(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top