• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບເລຂາທິການໃຫຍ່ LDP ແລະ ຜູ້ຕາງໜ້າປະຊາຄົມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ

2 ຝ່າຍໄດ້ເຫັນດີສືບຕໍ່ຍູ້ແຮງການຮ່ວມມືຂອງບັນດານັກລົງທຶນ, ວິສາຫະກິດ 2 ປະເທດ, ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການພົບປະແລກປ່ຽນລະຫວ່າງສະມາຊິກລັດຖະສະພາຫວຽດນາມ - ຍີ່ປຸ່ນ.

 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີ (LDP) ກຳອຳນາດ

(ພາບ: TTXVN)


ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີ (LDP) ກຳອຳນາດ, ປະທານພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ ແລະ ບັນດາສະມາຊິກລັດຖະສະພາໃນພັນທະມິດ; ພົບປະກັບຜູ້ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ.

        ທີ່ການພົບປະ 2 ຝ່າຍໄດ້ເຫັນດີສືບຕໍ່ຍູ້ແຮງການຮ່ວມມືຂອງບັນດານັກລົງທຶນ, ວິສາຫະກິດ 2 ປະເທດ, ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການພົບປະແລກປ່ຽນລະຫວ່າງສະມາຊິກລັດຖະສະພາຫວຽດນາມ - ຍີ່ປຸ່ນ, ການຮ່ວມມືຂັ້ນທ້ອງຖິ່ນ… ລະຫວ່າງ 2 ປະເທດໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງກວ່າອີກ.

        ທີ່ການພົບປະກັບຜູ້ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ປະຊາຄົມຢູ່ຍີ່ປຸ່ນ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍໍ່ໃຫ້ລຸ້ນໜຸ່ມ, ນັກທຸລະກິດ ແລະ ປະຊາຊົນ 2 ປະເທດກວ່າອີກ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top