• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີແຫ່ງ ສປປ.ລາວຢ້ຽມຢາມ ສສ. ຫວຽດນາມຢ່າງເປັນທາງການ

      ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທອງລຸນ ສີສຸລິດພ້ອມດ້ວຍພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 1-3 ຕຸລາ.

ທ່ານນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ຫງວຽນຊວັນຟຸກ ແưະ ທ່ານນາຍົກລັດຖະມົນຕີແຫ່ງ
ສປປ.ລາວທອງລຸນ ສີສຸລິດ (ພາບ: chinhphu.vn)
      ໃນຊຸມປີຜ່ານມາ, ສອງຝ່າຍໄດ້ມີການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວຢ່າງບໍ່ຢຸດຢັ້ງ, ຖືນີ້ແມ່ນກົດເກນການແຫ່ງການພັດທະນາ, ປັດໄຈສຳຄັນໃນການຮັບປະກັນການປະຕິບັດພາລະກິດສ້າງສາແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດຢ່າງມີໄຊ. ການພົວພັນດ້ານການເມືອງ, ການຕ່າງປະເທດສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບສະໜິດຕິດພັນ ແລະ ໄວ້ເນື້ອເຊື່ອໃຈ, ຮັກສາບົດບາດຫຼັກແຫຼ່ງແລະການກຳນົດທິດຂອງສາຍພົວພັນລະຫວ່າງສອງປະເທດ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດສືບຕໍ່ມີບາດກ້າວໃໝ່, ເຊິ່ງແມ່ນໃນເສົາຄ້ຳຂອງສາຍພົວພັນລະຫວ່າງສອງປະເທດ. ຫວຽດນາມ ແລະ ລາວ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສການຮ່ວມມືໃນພາກພື້ນ ແລະ ສາກົນ; ສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັບບັນດາປະເທດສະມາຊິກອາຊຽນໃນວຽກງານການກໍ່ສ້າງປະຊາຄົມອາຊຽນ ແລະ ຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງອາຊຽນໃນບັນດາບັນຫາຍຸດທະສາດ ຢູ່ໃນພາກພື້ນ, ລວມມີບັນຫາທະເລຕາເວັນອອກກາງ. ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ສ້າງເງື່ອນໄຂສະດວກໃຫ້ແກ່ ປະຊາຄົມຊາວຫວຽດນາມອາໃສຢູ່ລາວແລະຊາວລາວອາໃສຢູ່ຫວຽດນາມໃນການດຳລົງຊີວິດ, ທຳມາຫາກິນ ແລະ ຮ່ຳຮຽນຢູ່ແຕ່ລະປະເທດ. ມາເຖິງປັດຈຸບັນ, ໄດ້ມີການສ້າງຕັ້ງສະມາຄົມຊາວຫວຽດນາມຢູ່ 12/18 ແຂວງ/ນະຄອນຂອງລາວ.
        ການເດີນທາງມາຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ; ພ້ອມດຽວກັນນັ້ນ, ກໍ່ໄດ້ແລກປ່ຽນບັນຫາສືບຕໍ່ຊອກຫາມາດຕະການການຊຸກຍູ້ບັນດາຂໍ້ຕົກລົງ, ການຮ່ວມມືທີ່ໄດ້ມີການລົງນາມກັນກໍ່ຄືການເພີ່ມທະວີການຮ່ວມມືການລົງທຶນ ລະຫວ່າງສອງປະເທດ./.
 (ແຫຼ່ງຄັດຈາກ VOV)

      

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top