• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ວຽກງານຖະແຫຼງຂ່າວການຕ່າງປະເທດ ໄດ້ສ້າງກຳລັງແຮງສັງລວມ, ຍົກສູງອິດທິພົນ, ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ

ວັນທີ 7 ມິຖຸນາ 2019, ຄະນະໂຄສະນາອົບຮົມສູນກາງ, ຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດສູນກາງ ໄດ້ສົມທົບກັບສຳນັກຂ່າວສານ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງພິທີ ມອບລາງວັນທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວ ການຕ່າງປະເທດປີ 2018.

ນີ້ແມ່ນຄັ້ງທີ 5 ຈັດພິທີມອບລາງວັນທົ່ວປະເທດກ່ຽວກັບ ວຽກງານຖະແຫຼງຂ່າວ ການຕ່າງປະເທດ ແລະ ເປັນຄັ້ງທີ 2 ສຳນັກຂ່າວສານ ຫວຽດນາມ ໄດ້ຮັບກຽດຈັດ, ນັບແຕ່ ການຈັດຄັ້ງທໍາອິດ ເມື່ອປີ 2014. ນອກຈາກນັ້ນ ມີສະຖາ ນີໂທລະພາບ ຫວຽດນາມ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ໜັງສືພິມປະຊາຊົນ ກໍ່ໄດ້ຮັບຈັດ ຜູ້ລະຄັ້ງ. 

ເຂົ້າຮ່ວມມີທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດສູນກາງ ພ້ອມກັບການນຳບັນດາກະຊວງ, ຂະແໜງການສູນກາງ; ຜູ້ຕາງໜ້າບັນດາສຳນັກຂ່າວສານ, ໜັງສືພິມ ແລະ ບັນດານັກປະພັນທີ່ໄດ້ຮັບລາງວັນ.


ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ
ແລະ ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມ
ສູນກາງ ມອບລາງວັນທີ 1 ໃຫ້ແກ່ນັກປະພັນທີ່ໄດ້ ຮັບລາງວັນ. ພາບ: ແທ່ງດາດ/VNA


ທ່ານ ຖ້ວນຫືວ, ກຳມະການສູນກາງພັກ, ປະທານສະມາຄົມ ນັກຂ່າວ ຫວຽດນາມ ແລະ ທ່ານ ຫງວຽນແມ້ງຮຸ່ງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ມອບລາງວັນທີ 2 ໃຫ້ແກ່ນັກປະພັນທີ່ໄດ້ ຮັບລາງວັນ. ພາບ: ມິງກວຽດ/VNA


 
ທ່ານ ຫງວຽນດຶກເລີ້ຍ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ຂ່າວສານ ຫວຽດນາມ
ມອບລາງວັນທີ 3 ໃຫ້ແກ່ນັກປະພັນທີ່ໄດ້ ຮັບລາງວັນ. ພາບ: ມິງກວຽດ
/VNA

ຄະນະຈັດຕັ້ງໄດ້ເລືອກເອົາຜະລິດຕະພັນດີເດັ່ນ ຈຳນວນ 90 ບົດ ໄດ້ຮັບລາງວັນໃນພິທີມອບລາງວັນ ທົ່ວປະເທດ ກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດປີ 2018, ລວມມີ ລາງວັນທີ 1 ມີ 8 ລາງວັນ , ລາງວັນທີ 2 ມີ 17 ລາງວັນ, ລາງວັນທີ 3 ມີ 25 ລາງວັນ ແລະ ລາງວັນຊົມເຊີຍ 40 ລາງວັນ. 

ລາງວັນທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວການ ຕ່າງປະເທດປີ 2018 ໄດ້ດຶງດູດ ຜະລິດຕະພັນ ສື່ມວນຊົນເກືອບ 1.000 ບົດ, ດ້ວຍ 13 ພາສາໃນ 8 ຂົງເຂດແມ່ນ ໜັງສືພິມດ້້ວຍພາສາ ຫວຽດ; ສື່ເອເລັກໂຕຣນິກ ດ້ວຍພາສາ ຫວຽດ; ໜັງສືພິມດ້້ວຍພາສາ ຕ່າງປະເທດ; ສື່ເອເລັກໂຕຣນິກ ດ້ວຍພາສາ ຕ່າງປະເທດ; ກະຈາຍສຽງ; ໂທລະພາບ, ຂ່າວພາບ ແລະ  ສື່ສິ່ງພິມ ສົ່ງເຂົ້າປະກວດ. 

ຕາມການຕີລາຄາຂອງຄະນະຈັດຕັ້ງ, ບັນດາບົດຂຽນ ທີ່ ເຂົ້າຮ່ວມການປະກວດຄັ້ງນີ້ ມີຄຸນນະພາບສູງດ້ານ ວິຊາ ການ, ຫົວຂໍ້ ແລະ ມີເນື້ອໃນທີ່ອຸດົມສົມບູນ, ມີຄວາມຫຼາກ ຫຼາຍ, ກ່ຽວພັນເຖິງຫຼາຍບັນຫາໃນວຽກງານຖະແຫຼງຂ່າວ ການຕ່າງປະເທດ, ຮັບປະກັນລັກສະນະສົດໆ ຮ້ອນໆ, ສົ່ງ ເຖິງປະຊາຊົນ ຢູ່ພາຍໃນ, ເພື່ອນມິດສາກົນ, ຊາວ ຫວຽດ ນາມ ອາໄສຢູ່ ຕ່າງປະເທດ ຂ່າວກ່ຽວກັບເຫດການທາງ ການເມືອງ, ການຕ່າງປະເທດທີ່ສຳຄັນ ຂອງປະເທດ, ບັນ ດາການເຄື່ອນໄຫວ ຮ່ວມມື ກັບສາກົນທີ່ໂດດເດັ່ນໃນປີ 2018 ຢ່າງທັນການ. ຮູບພາບປະເທດຊາດ, ຜູ້ຄົນ ຫວຽດ ນາມ ທີ່ສວຍງາມ, ມີນໍ້າໃຈ, ຮັກແຂກແພງຄົນ, ບົດສາລະ ຄະດີ, ບົດຄົ້ນຄວ້າ ຈຳນວນໜຶ່ງໄດ້ລົງໃນໜັງສືພິມ ທີ່ມີ ອິດທິພົນ ແລະ ຊື່ສຽງຂອງຕ່າງປະເທດ, ປະກອບສ່ວນ ເຮັດໃຫ້ ເພື່ອນມິດສາກົນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ສາມາດເຂົ້າໃຈໄດ້ທັດສະນະ, ແຜນ ນະໂຍບາຍ, ນະໂຍບາຍການຕ່າງປະເທດຂອງພັກ, ລັດ ຫວຽດນາມ ຈະແຈ້ງຍິ່ງຂຶ້ນ.

ສຳນັກຂ່າວສານ ຫວຽດນາມ ເປັນໜຶ່ງໃນບັນດາອົງການ ນຳໜ້າໃນຈຳນວນ ແລະ ຄຸນນະພາບຜະລິດຕະພັນທີ່ສົ່ງ ມາປະກວດ. ແຕ່ລະຄັ້ງ, ສຳນັກຂ່າວສານ ຫວຽດນາມ ມີຜະລິດຕະພັນສື່ມວນຊົນປະມານ 200 ບົດ (ໃນຈຳນວນ 1.000 ບົດ) ແລະ ຍາດໄດ້ປະມານ 20 ລາງວັນ. ທີ່ລາງວັນທົ່ວປະເທດກ່ຽວກັບວຽກງານ ຖະແຫຼງຂ່າວ ການຕ່າງປະເທດປີ 2018, ສຳນັກຂ່າວສານ ຫວຽດນາມ ຍາດໄດ້ 3 ລາງວັນທີ 1, 5 ລາງວັນທີ 2, 4 ລາງວັນທີ 3 ແລະ 7 ລາງວັນຊົມເຊີຍ. ຫຼາຍຜະລິດຕະພັນສື່ມວນຊົນໄດ້ຮັບ ການຕີລາຄາສູງຈາກຄະນະກຳມະການຄື: ພວກເຂົາ ເສຍສະຫຼະຊີວິດ ເພື່ອປະເທດເພື່ອນມິດຟື້ນຊີບ (ສື່ເອເລັກໂຕຣນິກ Vietnam Plus), ກຳລັງແຮງ ແຫ່ງຄວາມສາມັກຄີ ແລະ ນຳ້ໃຈມິດ ຕະພາບ ຫວຽດນາມ-ກູບາ, (ນັກປະພັນ ຈີ໋ຢຸງ, ຄະນະບັນນາທິການຮູບພາບ) ແລະ ອື່ນໆ.
ບັນດາອົງການໜັງສືພິມຈາກສູນກາງຄື: ສຳນັກຂ່າວສານ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ, ສະຖານີວິ ທະຍຸ ກະຈາຍສຽງ ຫວຽດນາມ, ໜັງສືພິມປະຊາຊົນ, ໜັງ ສືພິມ ກອງທັບປະຊາຊົນ ເປັນຜູ້ນຳໜ້າກ່ຽວກັບຈຳນວນ, ຄຸນນະພາບ ບັນດາຜະລິດຕະພັນ ທີ່ສົ່ງເຂົ້າແຂ່ງຂັນປະ ກວດ ໃນຄັ້ງນີ້. ຄຽງຄູ່ກັນນັ້ນ, ບັນດາອົງການໜັງສືພິມ, ສຳນັກພິມ ຂອງທ້ອງຖິ່ນ ກໍ່ມີຜະລິດຕະພັນ ສື່ມວນຊົນ ຫຼາຍບົດມີຄຸນນະພາບສູງ, ສ່ອງແສງການເຄື່ອນໄຫວການ ຕ່າງ ປະເທດຂອງທ້ອງຖິ່ນ ໄດ້ເປັນຢ່າງດີ. ລາງວັນວຽກງານຖະແຫຼງຂ່າວການຕ່າງປະເທດ ປີ 2018 ໄດ້ດຶງດູດການເຂົ້າຮ່ວມຂອງນັກຂຽນເກືອບ 30 ຄົນເປັນ ຊາວຕ່າງປະເທດ ແລະ ຊາວ ຫວຽດນາມ ອາໄສ ຢູ່ຕ່າງ ປະເທດຄື: ທ່ານ Yuri A.Denisovich, ນັກຂ່າວ ຂອງ ສຳ ນັກຂ່າວສານ TASS (ສ ລັດເຊຍ) ປະຈຳ ຫວຽດນາມ; ທ່ານ Youngkyu Min, ນັກຂ່າວຂອງ ສຳນັກຂ່າວສານ Yonhap (ສ ເກົາຫຼີ); ທ່ານ Sh.Batbold -D.Sainbayar, ນັກຂ່າວຂອງ ສຳນັກຂ່າວສານ ມົງໂກນ ປະຈຳ ຫວຽດນາມ; ທ່ານ Mariela Valenzuela Pérez, ທ່ານ Alberto Salazar (ກູບາ); ທ່ານ Geetesh Sharma, ປະທານຄະນະ ກຳມະການສາມັກຄີ ອິນເດຍ ແລະ ອື່ນໆ.

8 ຜະລິດຕະພັນໂດດເດັ່ນທີ່ໄດ້ຮັບລາງວັນທີໜຶ່ງລວມີ: ສົ່ງ ຜະລິດຕະພັນກະສິກຳ ອອກສູ່ໂລກພາຍນອກ ຂອງໜັງສືພິມ ເທີ່ຍໃນ, ໜັງສືພິມປະຊາຊົນ; ສາສະໜາພັດທະນາພ້ອມກັບ ປະເທດຊາດ ຂອງໜັງສືພິມ Le Courrier du Vietnam, ຂ່າວສານ ຫວຽດນາມ; ພວກເຂົາ ເສຍສະຫຼະຊີວິດ ເພື່ອປະເທດເພື່ອນມິດຟື້ນຊີບ ຂອງສື່ເອເລັກໂຕຣນິກ Vietnam Plus, ຂ່າວສານ ຫວຽດນາມ; ທະຫານ ລຸງ ໂຮ່ ໃນພາລະໜ້າທີ່ປົກປັກຮັກສາສັນຕິພາບ ຂອງສະ ຫະປະຊາຊາດ, ສື່ເອເລັກໂຕຣນິກດ້ວຍພາສາ ຈີນ ຂອງໜັງສືພິມປະຊາຊົນ; ຫວຽດນາມ ຫັນປ່ຽນ ຢ່າງແຂງແຂງ ໃນຍຸກ 4.0, ຜະລິດຕະພັນກະຈາຍສຽງຂອງ VOV5, ສະຖານີວິ ທະຍຸ ກະຈາຍສຽງ ຫວຽດນາມ; ວັນກັບມາ: ກົກ ເຄົ້າເຫງົ້າຕໍແຫ່ງຄວາມຮັກແພງ ຄິດຮອດ ຄິດເຖິງ, ໂທລະພາບແຫ່ງຊາດ; ກຳລັງແຮງ ແຫ່ງຄວາມ ສາມັກຄີ ແລະ ນຳ້ໃຈມິດ ຕະພາບ ຫວຽດນາມ-ກູບາ, ຜະລິດຕະພັນຂອງຄະນະບັນນາທິການຮູບພາບ, ຂ່າວສານ ຫວຽດນາມ; ຮ່າໂນ້ຍ ບົນເສັ້ນທາງພັດທະນາ, ສື່ສິ່ງພິມ ຂອງຄະນະໂຄສະນາອົບຮົມ ຄະນະກຳມະການພັກ ນະຄອນຫຼວງ ຮ່າໂນ້ຍ.

ກ່າວປາໄສໃນພິທີມອບລາງວັນ, ກຳມະການ ກົມການ ເມືອງ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງ ຄວາມຍິນດີຕໍ່ຜົນສຳເລັດຂອງລາງວັນ ທົ່ວປະເທດ ກ່ຽວ ກັບວຽກງານຖະແໜງຂ່າວການຕ່າງປະເທດປີ 2018 ແລະ ອວຍພອນບັນດານັກຂຽນ ທີ່ໄດ້ຮັບລາງວັນໃນການປະ ກວດ ຄັ້ງນີ້, ຊົມເຊີຍຄະນະຈັດຕັ້ງ ໄດ້ມີການປະກອບສ່ວນ ຢ່າງຕັ້ງໜ້າ ແລະ ມີປະສິດທິພາບ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ປີ 2019 ແມ່ນປີມີຄວາມໝາຍ ສຳຄັນພິເສດ ເພື່ອສຳເລັດ ແຜນການ 5 ປີ 2016-2020, ແມ່ນປີ ທີ່ທົ່ວພັກ, ທົ່ວ ກອງທັບ ແລະ ທົ່ວປວງຊົນ ຫວຽດນາມ ໄດ້ຈັດຕັ້ງ ການ ສະເຫຼີມສະຫຼອງ ເຫດການທີ່ສຳຄັນຫຼາຍໆ ເຫດການ; ສະພາບການຂອງໂລກ ແລະ ໃນພາກພື້ນ ສືບຕໍ່ມີການ ຜັນແປ ຍາກທ່ີຈະຄາດເດົາໄດ້, ສິ່ງດັ່ງກ່າວ ໄດ້ອຳນວຍ ຄວາມສະດວກ ແລະ ສິ່ງຖ້າທາຍ ໃຫ້ແກ່ວຽກງານຖະ ແຫຼງຂ່າວການຕ່າງ ປະເທດ. ບັນດາພາກສ່ວນທີ່ ເຮັດ ວຽກງານຖະແຫຼງຂ່າວການຕ່າງປະເທດຕ້ອງ ສຸມໃສ່ ຍົກສູງຄວາມ ຮັບຮູ້ກ່ຽວກັບບົດບາດ, ຄວາມສຳຄັນ ຂອງ ວຽກງານຖະແຫຼງຂ່າວການຕ່າງປະເທດ; ປ່ຽງແປງໃໝ່ ເນື້ອໃນ ແລະ ວິທີການໂຄສະນາເຜີຍແຜ່; ສ້າງເງື່ອນໄຂ ອຳນວຍ ຄວາມສະດວກໃຫ້ແກ່ ບັນດານັກຂຽນ, ນັກ ຂ່າວ, ບັນນາທິການຂອງບັນດາ ອົງການໜັງສືພິມ ໃນ ການ ຝຶກຝົນ ບົດຮຽນຈາກສະພາບການຕົວຈິງ, ສ້າງໄດ້ ຜະລິດຕະພັນສື່ມວນຊົນ ທີ່ມີຄຸນນະພາບສູງ; ເສີມຂະ ຫຍາຍຢ່າງມີປະສິດທິພາບ ບັນດາພາຫະນະ ສື່ທີ່ທັນ ສະໄໝ, ເພີ່ມທະວີການຮ່ວມມື ກັບ ບັນດາ ສຳນັກຂ່າວ ສານ, ໜັງສືພິມຕ່າງໆ ໃນໂລກ ເພື່ອຍູ້ແຮງການໂຄ ສະ ນາເຜີຍແຜ່ກ່ຽວກັບຮູບພາບ, ຄວາມຮັບຜິດຊອບ ແລະ ຄວາມພະຍາຍາມຂອງ ຫວຽດນາມ ບົນເວທີຢູ່ ພາກພື້ນ ແລະ ສາກົນ; ແນະນຳ, ໂຄສະນາຮູບພາບປະເທດຊາດ, ຜູ້ຄົນ, ວັດທະນະທຳ, ທ່າແຮງບົ່ມຊ້ອນດຶງດູດການລົງ ທຶນ, ພັດທະນາການ ທ່ອງທ່ຽວ ຫວຽດນາມ... ສູ່ເພື່ອນ ມິດສາກົນ, ຊາວ ຫວຽດນາມ ຢູ່ຕ່າງປະເທດ. 
ປະຕິບັດໂດຍ: VNA/VNP

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top