• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ຕອນບ່າຍວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ໄດ້ເປັນປະທານກອງປະຊຸມຕີລາຄາການປະຕິບັດລະບຽບການສົມທົບວຽກງານລະຫວ່າງລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກທີ່ກອງປະຊຸມ 

ນີ້ແມ່ນກອງປະຊຸມຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການສົມທົບວຽກງານໃນ 2 ປີທີ່ຜ່ານມາ ແລະ ປຶກສາຫາລືທິດທາງໃນໄລຍະທີ່ຈະມາເຖິງ.

     ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຊີ້ແຈງວ່າ ໃນບັນດາໝາກຜົນທາງດ້ານເສດຖະກິດ- ສົງຄົມໃນໄລຍະທີ່ຜ່ານມາ, ກໍມີການປະກອບສ່ວນສຳຄັນຂອງ ສູນກາງແນວໂຮມປະເທດຊາດຫວຽດນາມ. ວຽກງານປະສານງານລະຫວ່າງ ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍບັນລຸປະສິດທິຜົນ, ຕິດແທດຕົວຈິງ, ປະກອບສ່ວນເຕົ້າໂຮມປະຊາຊົນທຸກຊັ້ນຄົນ. ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ສົມທົບກັນເບິ່ງແຍງດູແລເຖິງການກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສົມທົບກັນຍູ້ແຮງບັນດາບັ້ນຂົນຂວາຍ, ປະກອບສ່ວນແກ້ໄຂບັນດາບັນຫາທີ່ປະຊາຊົນມີຄວາມສົນໃຈ.

     ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຍັງສະແດງຄວາມເອົາໃຈໃສ່ເຖິງບັນຫາມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມເຫັນດີພ້ອມໃນສັງຄົມ, ບັນຫາເພີມທະວີບົດບາດຂອງພັກ, ການຄຸ້ມຄອງຂອງລັດ, ການຕິດຕາມກວດກາຂອງ ແນວໂຮມປະເທດຊາດຫວຽດນາມໃນກິດຈະການສ້າງສາ ແລະ ປ່ຽນແປງໃໝ່ປະເທດຊາດ.

(ແຫຼ່ງຄັດຈາກ VOV)


ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top