• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ວ່າການລັດ Thuringen ແຫ່ງສະຫະພັນເຢຍລະມັນ

ຕອນບ່າຍວັນທີ 8 ເມສາ, ໃນການຕ້ອນຮັບທ່ານ B. Ramelow ຜູ້ວ່າການລັດ Thuringen ແຫ່ງສະຫະພັນເຢຍລະມັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມຫວັງວ່າ ທ່ານ B. Ramelow ຜູ້ວ່າການລັດ Thuringen ແຫ່ງສະຫະພັນເຢຍລະມັນ ຈະມີບົດບາດຊຸກຍູ້ສະຫະພາບເອີລົບຮັບຮອງເອົາສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ  ທ່ານ B. Ramelow ຜູ້ວ່າການລັດ Thuringen 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ບົນພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ, ຄວາມມານະພະຍາຍາມຂອງຜູ້ວ່າການລັດ Thuringen ເອງ, ການພົວພັນລະຫວ່າງ 2 ຝ່າຍຈະພັດທະນາຢ່າງແຂງແຮງໃນຫຼາຍຂົງເຂດ. ລັດຖະບານຫວຽດນາມໝັ້ນໝາຍສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດເຢຍລະມັນເຄື່ອນໄຫວຢ່າງມີປະສິດທິຜົນຢູ່ຫວຽດນາມ.

    ສ່ວນ ທ່ານ B. Ramelow  ໃຫ້ຮູ້ວ່າ ລັດ Thuringen ຫວັງຢາກເປັນຂົວເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດຫວຽດນາມແຊກຊຶມເຂົ້າຕະຫຼາດເອີລົບ.

(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ເສັ້ນ​ທາງລົດ​ໄຟ​ຕົວ​ເມືອງ ໃນ​ວັນ​ທີ 22 ມິ​ຖຸ​ນາ ເພື່ອ​ຫັນ​ວິ​ໄສ​ທັດ​ນະ​ຄອນຫຼວງ 100 ປີ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ຮ່າ​ໂນ້ຍ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ເສັ້ນ​ທາງລົດ​ໄຟ​ຕົວ​ເມືອງ ໃນ​ວັນ​ທີ 22 ມິ​ຖຸ​ນາ ເພື່ອ​ຫັນ​ວິ​ໄສ​ທັດ​ນະ​ຄອນຫຼວງ 100 ປີ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ທັງ 5 ສາຍທາງ​ລົດ​ໄຟ​ຕົວ​ເມືອງ​ທີ່​ຈະ​ລົງ​ມື​ກໍ່​ສ້າງ​ນັ້ນ ລ້ວນ​ແຕ່​ແມ່ນ​ບັນ​ດາ​ເສັ້ນ​ທາງ​ທີ່​ມີ​ບົດ​ບາດ​ຍຸດ​ທະ​ສາດ​ໃນ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ອະ​ນາ​ຄົດ​ຂອງ ຮ່າ​ໂນ້ຍ.

Top