• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງ ບາກລຽວ ກ່ຽວກັບສະພາບເສດຖະກິດ-ສັງຄົມ

ຕອນບ່າຍວັນທີ 12 ມັງກອນ, ຢູ່ນະຄອນໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ໄດ້ເປັນປະທານການເຮັດວຽກກັບການນຳແຂວງ ບາກລຽວ ກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດ, ສັງຄົມ.


(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງ ບາກລຽວ)

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ແຂວງ ບາກລຽວ ໃນໄລຍະຈະມາເຖິງຕ້ອງມີໂຄງການເຄື່ອນໄຫວ ເພື່ອຜັນຂະຫຍາຍບັນດາມະຕິຂອງລັດຖະບານ ດ້ວຍເປົ້າໝາຍບັນລຸໄດ້ບັນດາມາດຕະຖານທີ່ສູງກວ່າເມື່ອທຽບໃສ່ປີ 2018. ສືບຕໍ່ສຸມໃສ່ຊີ້ນຳການປະຕິບັດບັນດາເສົາຄ້ຳພັດທະນາຂອງແຂວງ ເຊິ່ງລັດຖະບານ ແລະ ແຂວງໄດ້ກຳນົດໄວ້. ສືບຕໍ່ຍູ້ແຮງວຽກງານສັງຄົມກ່ຽວກັບດ້ານສາທາລະນະສຸກ, ການສຶກສາ, ຫຼຸດຜ່ອນຄວາມທຸກຍາກ. ໃນການພັດທະນາກະສິກຳ, ແຂວງ ຄວນສືບຕໍ່ພັດທະນາຂະແໜງລ້ຽງກຸ້ງ ດ້ວຍຄາດໝາຍມູນຄ່າການສົ່ງອອກໃຫ້ບັນລຸໄດ້ 1 ຕື້ USD…

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top