• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ

ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ ຊຶ່ງຈຸດສຸມແມ່ນບັນດາກຸ່ມເສດຖະກິດ, ບໍລິສັດໃຫຍ່ແຫ່ງລັດ

ທານກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ທັດສະນະຂອງພັກ, ລັດແມ່ນສືບຕໍ່ປະຕິບັດວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ແກ້ໄຂຈຸດອ່ອນ, ຂໍ້ຈຳກັດໃນການຫັນເປັນຫຸ້ນສ່ວນ, ຖອດທຶນໃນລັດວິສາຫະກິດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :

   “ ທາງດ້ານເປົ້າໝາຍ, ຂະນະທີ່ໂລກພວມຫັນປ່ຽນ, ດັ່ງນັ້ນ ບັນດາວິສາຫະກິດຕ້ອງປ່ຽນແປງໃໝ່, ສ້າງໂຄງປະກອບຄືນໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ຄວາມສາມາດແກ່ງແຍ້ງ. ບົນເນື້ອໃນຈິດໃຈດັ່ງກ່າວ, ຂ້າພະເຈົ້າໄດ້ວາງເປົ້າໝາຍສັງເຂບ, ນັ້ນແມ່ນ ສ້າງໂຄງປະກອບຄືນໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດບົນພື້ນຖານເຕັກໂນໂລຊີທັນສະໃໝ, ປ່ຽນແປງໃໝ່ປະດິດຄິດສ້າງ, ບໍລິຫານຕາມມາດຖານສາກົນ ແນໃສ່, ລະດົມ ແລະ ຈັດສັນ, ນຳໃຊ້ແຫຼ່ງກຳລັງສັງຄົມຢ່າງມີປະສິດທິຜົນ, ພັດທະນາທຶນຂອງລັດໃນວິສາຫະກິດ ”.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top