• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນເຈົ້າພາບຈັດຕັ້ງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຝລັ່ງ

      ຕອນບ່າຍວັນທີ 2 ພະຈິກ, ທີ່ສຳນັກງານປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຝລັ່ງ Édouard Philippe ຢ່າງສົມກຽດ.

ການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ສ. ຝລັ່ງ Édouard Philippe
      ໂດຍໄດ້ຮັບຄຳເຊີ້ນເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສ. ຝລັ່ງ Édouard Philippe ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 2 – 4 ພະຈິກ. ຕອນບ່າຍວັນທີ 2 ພະຈິກ, ທີ່ສຳນັກງານປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຝລັ່ງ Édouard Philippe ຢ່າງສົມກຽດ.
        ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Édouard Philippe ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ 2 ປະເທດດຳເນີນການເຈລະຈາ.
        ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຝລັ່ງ ມີຄວາມໝາຍສຳຄັນໃນສະພາບການທີ່ການພົວພັນສອງປະເທດໄດ້ ແລະ ພວມມີບັນດາບາດກ້າວພັດທະນາຕັ້ງໜ້າ ແລະ ສອງປະເທດພວມສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ນີ້ກໍ່ແມ່ນໂອກາດທີ່ສອງປະເທດພວມສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top