• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືດ້ານການຄ້າ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:ບັນດາວິສາຫະກິດ ຍີ່ປຸ່ນ ລົງທຶນ ເຂົ້າ ຫວຽດນາມ ພວມບັນລຸໄດ້ຜົນສຳເລັດຫຼາຍຢ່າງ ແລະ ເພິ່ງພໍໃຈກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ດັ່ງນັ້ນ, ຫວັງວ່າ ນັບມື້ນັບມີວິສາຫະກິດຍີ່ປຸ່ນ ...
ທ່ານ Kawamura Takeo ແລະ ທ່ານ ຫງວຽນຊວນຟຸກ
      ຕອນເຊົ້າວັນທີ 22 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບຄະນະຜູ້ແທນຄົ້ນຄ້ວາສະພາບການການເມືອງ, ເສດຖະກິດພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງສະພາຕ່ຳ ຍີ່ປຸ່ນ ໂດຍທ່ານ Kawamura Takeo, ປະທານກຳມາທິການງົບປະມານຂອງສະພາຕ່ຳ ຍີ່ປຸ່ນ ນຳໜ້າຄະນະ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:ບັນດາວິສາຫະກິດ ຍີ່ປຸ່ນ ລົງທຶນ ເຂົ້າ ຫວຽດນາມ ພວມບັນລຸໄດ້ຜົນສຳເລັດຫຼາຍຢ່າງ ແລະ ເພິ່ງພໍໃຈກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ດັ່ງນັ້ນ, ຫວັງວ່າ ນັບມື້ນັບມີວິສາຫະກິດຍີ່ປຸ່ນ ຫຼາຍແຫ່ງລົງທຶນເຂົ້າ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ 2 ປະເທດຈະເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຍີ່ປຸ່ນ ສືບຕໍ່ສະໜອງທຶນ ODA ໃຫ້ແກ່ ຫວຽດນາມ, ພິເສດແມ່ນບັນດາໂຄງການພື້ນຖານໂຄງລ່າງສຳຄັນ, ດ້ວຍຂອບຂະໜາດໃຫຍ່, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພ້ອມກັນນັ້ນ, ສືບຕໍ່ຊຸກຍູ້ການຮ່ວມມືດ້ານແຮງງານ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນມີການສອນວິຊາຊີບ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
        ທ່ານ Kawamura Takeo, ປະທານກຳມາທິການງົບປະມານຂອງສະພາຕ່ຳ ຍີ່ປຸ່ນ ໄດ້ກ່າວຄຳຂອບອົກຂອບໃຈຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ທີ່ໄດ້ຝາກເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ກ່ຽວກັບບັນດາການແບ່ງເບົາ, ການໜູນຊ່ວຍສຳລັບລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນໃນເຫດໄພພິບັດທີ່ຜ່ານມາ. ທ່ານ Kawamura Takeo ໃຫ້ຮູ້ວ່າ ບັນດາວິສາຫະກິດ ຍີ່ປຸ່ນ ກໍ່ສະແດງຄວາມຫວັງຢາກເປີດກ້ວາງການລົງທຶນ ດຳເນີນທຸລະກິດ ຢູ່ ຫວຽດນາມ ແລະ ຫວັງວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະສະໜັບສະໜູນໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ທຳມາຄ້າຂາຍຢ່າງສະດວກສະບາຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top