• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ ແຂວງທ໋າຍງວຽນ

"ທ໋າຍງວຽນ ມີທ່າໄດ້ປຽບດ້ານທີ່ຕັ້ງພູມສາດ, ໂດຍນອນໃນເຂດຍຸດທະສາດຂອງນະຄອນ, ມີພື້ນຖານໂຄງລ່າງສະດວກ. ແຂວງທ໋າຍງວຽນ ມີພື້ນຖານເສດຖະກິດທີ່ໄຫວພິບ ເພາະການສົມທົບ ແລະ ພັດທະນາທັງຮູບແບບການລົງທຶນ FDI  ແລະການລົງທຶນຢູ່ພາຍໃນປະເທດ...".
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງທ໋າຍງວຽນ ປີ 2018 

ຕອນເຊົ້າວັນທີ 1 ກໍລະກົດ, ຢູ່ແຂວງທ໋າຍງວຽນ ຂອງຫວຽດນາມ, ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງທ໋າຍງວຽນ ປີ 2018, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ແຂວງທ໋າຍງວຽນ ບໍ່ເຄີຍຢືນຢູ່ຕໍ່ໜ້າກາລະໂອກາດຫັນປ່ຽນ ກ່ຽວກັບຮູບແບບການເຕີບໂຕອັນໃຫຍ່ຫຼວງຄືແນວນີ້ ຍ້ອນລະດັບການເຕີບໂຕດ້ານເສດຖະກິດສູງ, ການເກັບງົບປະມານເພີ່ມຂຶ້ນແຮງ, ຍອດລະດັບການລົງທຶນຈາກສັງຄົມຫຼາຍ, ພື້ນຖານໂຄງລ່າງໄດ້ກໍ່ສ້າງສຳເລັດຄົບຊຸດພໍສົມຄວນ ໄດ້ເຊື່ອມຕໍ່ກັບຫຼາຍເຂດ, ກຸ່ມ ແລະ ສູນອຸດສາຫະກຳໃຫຍ່ຢູ່ພາກເໜືອ. ແຂວງທ໋າຍງວຽນ ຍັງແມ່ນສູນບຳລຸງສ້າງໃຫຍ່ອັນດັບທີ 3 ໃນທົ່ວປະເທດ ຖັດຈາກຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ສິ່ງດັ່ງກ່າວ ແມ່ນແຫຼ່ງຊັບພະຍາກອນມະນຸດທີ່ລ້ຳຄ່າ ສຳລັບການຫັນປ່ຽນຮູບແບບການເຕີບໂຕໄປທາງທິດອຸດສາຫະກຳທັນສະໄໝ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ທ໋າຍງວຽນ ມີທ່າໄດ້ປຽບດ້ານທີ່ຕັ້ງພູມສາດ, ໂດຍນອນໃນເຂດຍຸດທະສາດຂອງນະຄອນ, ມີພື້ນຖານໂຄງລ່າງສະດວກ. ແຂວງທ໋າຍງວຽນ ມີພື້ນຖານເສດຖະກິດທີ່ໄຫວພິບ ເພາະການສົມທົບ ແລະ ພັດທະນາທັງຮູບແບບການລົງທຶນ FDI  ແລະການລົງທຶນຢູ່ພາຍໃນປະເທດ. ແຂວງມີຈຸດພິເສດກວ່າແຂວງອື່ນ, ນັ້ນແມ່ນ ແຂວງທ໋າຍງວຽນມີຄວາມສາມາດບົ່ມຊ້ອນໃຫຍ່ກ່ຽວກັບແຫຼ່ງຊັບພະຍາກອນແຮ່ທາດ, ດ້ວຍຫຼາຍຊະນິດ ແລະ ປະລິມານຫຼາຍຄື ຖ່ານ, ຕີຕານ, ຊືນ, ກົ່ວ, ຄຳ, ທອງ ແລະ Vonfram. ນີ້ແມ່ນພື້ນຖານເພື່ອກໍ່ສ້າງຂະແໜງອຸດສາຫະກຳຂຸດຄົ້ນບໍ່ແຮ່, ປຸງແຕ່ງເພື່ອຮັບໃຊ້ຍຸດທະສາດຫັນປະເທດເປັນປະເທດອຸດສາຫະກຳ ແລະ ສົ່ງອອກ ແລະ ບັນດານັກລົງທຶນຄວນມຸ່ງໄປເຖິງຂະແໜງອຸດສາຫະກຳປຸງແຕ່ງແຮ່ທາດຢູ່ທີ່ນີ້”.

 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top