• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ: ຫວຽດນາມຖືການເຊື່ອມໂຍງເຂົ້າກັບເສດຖະກິດສາກົນແມ່ນກຳລັງໜູນເພື່ອປະຕິຮູບເສດຖະກິດ

      ຕອນເຊົ້າວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ໄດ້ເຂົ້າຮ່ວມເວທີປາໄສເຊື່ອມໂຍງເຂົ້າກັບເສດຖະກິດສາກົນຫວຽດນາມ ປີ 2017 ດ້ວຍຫົວຂໍ້ວ່າ “ເພີ່ມທະວີກຳລັງໜູນໃຫ້ໄລຍະພັດທະນາໃໝ່”.

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວຄຳເຫັນທີ່ເວທີປາໄສ)
      ມີບາງເນື້ອໃນຕົ້ນຕໍໄດ້ນຳມາປຶກສາຫາລືທີ່ເວທີປາໄສແມ່ນ “ສັງລວມວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ; ການເດີນທາງອອກສູ່ໂລກ”; “ຫວຽດນາມ ຕໍ່ໜ້າບັນດາທ່າອ່ຽງໃນເສດຖະກິດ ແລະ ການຄ້າສາກົນ”; “ຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນໃນສະພາບປະຈຸບັນ”.
        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນອີກເທື່ອໜຶ່ງວ່າ ແຜນນະໂຍບາຍເຊື່ອມໂຍງຂອງຫວຽດນາມ, ນັ້ນແມ່ນ ລັດຖະບານຫວຽດນາມ ຢຶດໝັ້ນແຜນນະໂຍບາຍເຊື່ອມໂຍງຢ່າງຮອບດ້ານ, ດ້ວຍຈຸດສຸມແມ່ນເຊື່ອມໂຍງເສດຖະກິດສາກົນ.
        “ລັດຖະບານຫວຽດນາມ ຖືການເຊື່ອມໂຍງເຂົ້າກັບເສດຖະກິດສາກົນແມ່ນກຳລັງໜູນເພື່ອປະຕິຮູບເສດຖະກິດ ແລະ ຄວາມຈິງແມ່ນຄືແນວນັ້ນ. ແລະການເຊື່ອມໂຍງແມ່ນເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດ. ສະນັ້ນ, ເລື່ອງສຸມໃສ່ຈັດຕັ້ງພາຍໃນພື້ນຖານເສດຖະກິດຄືນໃໝ່ ຕາມທັດສະນະເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ ຕ້ອງປະຕິຮູບເສດຖະກິດພາຍໃນຢ່າງແຮງເພື່ອໃຫ້ເໝາະສົມກັບການເຊື່ອມໂຍງດ້ານເສດຖະກິດ; ເສີມຂະຫຍາຍລັດຖະບານແຫ່ງການສ້າງສັນຢ່າງແຮງ ເພື່ອສືບຕໍ່ປັບປຸງລະບອບລະບຽບການໃຫ້ສົມບູນແບບ ແລະ ໂດຍສະເພາະແມ່ນສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ເປັນຢ່າງດີກວ່າ.”
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top