
ທ່ານ ຫງວຽນຊວນຟຸກ ທີ່ກອງປະຊຸມ
ໃນສານຊົມເຊີຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ (VBS) “ຈະນຳມາໃຫ້ວິໄສທັດແທດຈິງ, ຮອບດ້ານ ກ່ຽວກັບພື້ນຖານເສດຖະກິດ, ບັນດານະໂຍບາຍພັດທະນາຂອງ ຫວຽດນາມ ພ້ອມທັງເປີດອອກຫຼາຍກາລະໂອກາດເຊື່ອມຕໍ່ກ່ຽວກັບການລົງທຶນ, ດຳເນີນທຸລະກິດ ປະສົບຜົນສຳເລັດຢູ່ ຫວຽດນາມ - ເຊິ່ງເປັນປະເທດມີຫຼາຍຄວາມສາມາດບົ່ມຊ້ອນພັດທະນາອັນໃຫຍ່ຫຼວງ, ພວມປະຕິບັດການປະຕິຮູບ ແລະ ເປີດປະຕູຢ່າງແຮງ.”
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ໝາກຜົນຂອງວິວັດການປ່ຽນໃໝ່ຂອງ ຫວຽດນາມ ໃນກ່ວາ 30 ປີຜ່ານມາໄດ້ສ້າງກຳລັງດຶງດູດໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ ຕໍ່ບັນດາວິສາຫະກິດຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:“ບັນດາຜົນງານນີ້ແມ່ນກຳລັງໜູນສຳຄັນເພື່ອໃຫ້ ຫວຽດນາມ ເຊື່ອໝັ້ນຕົນເອງ, ພັດທະນາຢ່າງແຂງແຮງກ່ວາໃນໄລຍະຈະມາເຖິງ. ພວກຂ້າພະເຈົ້າຕັດສິນໃຈ ສ້າງລັດຖະບານແຫ່ງການສ້າງສັນ, ພັດທະນາ, ກະທຳ, ຮັບໃຊ້ປະຊາຊົນ, ວິສາຫະກິດ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ສືບຕໍ່ປະຕິບັດຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິຢ່າງໜັກແໜ້ນ, ປະຕິຮູບລະບອບ, ນະໂຍບາຍກົດໝາຍ, ພັດທະນາແບບຍືນຍົງ, ເອົາໃຈໃສ່ສ້າງວຽກເຮັດງານທຳ ແລະ ດັດປັບລາຍຮັບໃຫ້ແກ່ປະຊາຊົນທຸກຄົນ.”
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກໃຫ້ເຫັນ 3 ທິດທາງພັດທະນາໃນໄລຍະຈະມາເຖິງ. ນັ້ນແມ່ນການສຸມໃສ່ປັບປຸງຄຸນນະພາບລະບອບ, ນະໂຍບາຍກົດໝາຍ, ຊຸກຍູ້ອຳນາດນິຕິບັນຍັດ, ສົ່ງເສີມພັດທະນາເສດຖະກິດພາກເອກະຊົນ, ຍົກສູງກຳລັງແກ່ງແຍ້ງຂອງລັດ, ຮັກສາເສດຖະກິດມະຫາພາກເປັນປົກກະຕິຕາມທິດເຕີບໂຕແບບຍືນຍົງ.
(ແຫຼ່ງຄັດຈາກ VOV)