• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຮັບປະກັນຄວາມສະຫງົບ, ປອດໄພໃນສັບປະດາຂັ້ນສູງ APEC ຢ່າງເດັດຂາດ

      ຕອນເຊົ້າວັນທີ 24 ຕຸລາ, ຢູ່ນະຄອນ ດ່ານັ້ງ, ອະນຸກຳມະການປ້ອງກັນຄວາມສະຫງົບ ແລະ ສາທາລະນະສຸກ APEC 2017 ໄດ້ຈັດຕັ້ງພິທີເລີ່ມເຄື່ອນພົນ ແລະ ເຝຶກຊ້ອມແຜນວິທີປົກປ້ອງສັບປະດາ APEC 2017. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ະພິທີ
      ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດາກຳລັງມີຄວາມຮັບຮູ້ແຈ້ງກ່ວາກ່ຽວກັບຄວາມສຳຄັນຂອງເຫດການສັບປະດາຂັ້ນສູງ APEC ຢູ່ ດ່ານັ້ງ ກ່ຽວກັບວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພ, ຮັບປະກັນບໍ່ປະໃຫ້ເກີດຄວາມຂາດຕົກບົກຜ່ອງໃດໆກ່ຽວກັບການຂາດຄວາມປອດໄພຢ່າງເດັດຂາດ:
        “ກຳລັງຕຳຫຼວດ, ກອງທັບຜັນຂະຫຍາຍແຜນວິທີເປັນເຈົ້າການ, ເດັດດ່ຽວເພື່ອບໍ່ປະໃຫ້ອາດຊະຍາກຳມີເງື່ອນໄຂເພື່ອມ້າງທຳລາຍ. ອົງຄະນະພັກ, ອຳນາດການປົກຄອງນະຄອນ ດ່ານັ້ງ, ແຂວງ ກວາງນາມ, ເທື່ອທຽນ - ເຫ້ວ ແລະ ບັນດາທ້ອງຖິ່ນກ່ຽວຂ້ອງຂົນຂວາຍປະຊາຊົນ, ເສີມຂະຫຍາຍລະບົບການເມືອງເພື່ອປະຕິບັດຂະບວນການປ້ອງກັນຄວາມສະຫງົບຂອງປະເທດຊາດໃນປະຊາຊົນ, ແກ້ໄຂບັນດາການກະທຳມ້າງທຳລາຍຢ່າງເດັດຂາດ ແລະ ທັນການ. ອະນຸກຳມະການປ້ອງກັນຄວາມສະຫງົບ ແລະ ສາທາລະນະສຸກສົມທົບກັບກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ສົມທົບກັບນະຄອນ ດ່ານັ້ງ ແລະ ບັນດາທ້ອງຖິ່ນ ກວດກາຄືນບັນດາວິທີການ, ເພີ່ມທະວີ, ເປັນເຈົ້າພາບສົມທົບກັນເພື່ອແກ້ໄຂທຸກໆກໍລະນີ, ໃນເງື່ອນໄຂດິນຟ້າອາກາດສັບສົນອາດຈະເກີດຂຶ້ນ.”
(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.

Top