• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະຫະພັນເສດຖະກິດ ຍີ່ປຸ່ນ

      ຕອນເຊົ້າວັນທີ 07 ມິຖຸນາ ຕາມເວລາທ້ອງຖິ່ນ ຢູ່ນະຄອນຫລວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບປະທານສະຫະພັນເສດຖະກິດ ຍີ່ປຸ່ນ (ຖືກເອີ້ນຫຍໍ້ວ່າ Keidanren) ແລະ ປະທານບັນດາກຸ່ມບໍລິສັດໃຫຍ່ເປັນສະມາຊິກຂອງ Keidanren.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ປະທານສະຫະພັນເສດຖະກິດ ຍີ່ປຸ່ນ  
      ກ່າວຄຳເຫັນຕໍ່ບັນດານັກລົງທຶນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການພົວພັນ 2 ປະເທດພວມຢູ່ໃນໄລຍະດີງາມທີ່ສຸດ, ພ້ອມທັງແຈ້ງໃຫ້ບັນດານັກລົງທຶນຊາບກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນທີ່ດຶງດູດ ແລະ ບັນດາກາລະໂອກາດລົງທຶນເຂົ້າ ຫວຽດນາມ. ທ່ານນາຍົກລັດຖະມົນຕີຮັບຮູ້ ແລະ ຕີລາຄາສູງບັນດາຄຳເຫັນຢ່າງກົງໄປກົງມາຂອງການນຳບັນດາວິສາຫະກິດ ຍີ່ປຸ່ນ, ພ້ອມທັງຕອບບັນດາຄຳຖາມ ຊຶ່ງນັກລົງທຶນມີຄວາມສົນໃຈ.
        ແລະກໍ່ໃນການເຮັດວຽກ, ເມື່ອຕີລາຄາສູງບາງວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າ ຫວຽດນາມ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ບັນດາຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ ແມ່ນນັກລົງທຶນ ຍີ່ປຸ່ນ. ໃນໄລຍະຈະມາເຖິງ ຫວຽດນາມ ຍູ້ແຮງການຫັນລັດວິສາຫະກິດເປັນຫຸ້ນສ່ວນ ແລະ ປາດຖະໜາວ່າ ບັນດານັກລົງທຶນຕ່າງປະເທດມີຄວາມສາມາດບົ່ມຊ້ອນ, ສະໜິດຕິດພັນກັບວິສາຫະກິດຍາວນານ, ມີກຳລັງຄວາມສາມາດ, ໃນນັ້ນມີ ຍີ່ປຸ່ນ, ລົງທຶນກາຍເປັນຄູ່ຮ່ວມມືຍຸດທະສາດ.
        ແລະກໍ່ໃນຕອນບ່າຍວັນທີ 07 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຢຟຸກ ໄດ້ລົງໄປຮອດແຂວງ Osaka ສືບຕໍໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ.
ຢູ່ແຂວງ Osaka ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການໂອ້ລົມສົນທະນາກັບການນຳ 30 ທ່ານຂອງບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ເຂດ Kansai ຂອງຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top