• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາກັບເລຂາທິການໃຫຍ່ ສປຊ

      ຕອນເຊົ້າວັນທີ 30 ພຶດສະພາ, ທີ່ສຳນັກງານສະຫະປະຊາຊາດ, ຢູ່ນິວຢອກ, ປະເທດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຈລະຈາກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ  ທ່ານເລຂາທິການໃຫຍ່ ສປຊ Antonio Guterres
      ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ໄດ້ ແລະ ພວມປະກອບສ່ວນຕັ້ງໜ້າເຂົ້າໃນວຽກງານລວມຂອງ ສປຊ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ ສປຊ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ, ຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແຜນດຳເນີນງານ Sendai ກ່ຽວກັບການຫລຸດຜ່ອນຄວາມສ່ຽງຍ້ອນໄພພິບັດ. ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ສປຊ ຊາບກ່ຽວກັບການຜັນແປໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ ແລະ ສະເໜີໃຫ້ເລຂາທິການໃຫຍ່ ສະໜັບສະໜູນ ແລະ ຊຸກຍູ້ການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເຄົາລົບບັນດາວິວັດທະນາການດ້ານການທູດ ແລະ ນິຕິທຳຢ່າງຄົບຖ້ວນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.
        ແລະກໍ່ໃນວັນດຽວກັນ, ທີ່ສຳນັກງານ ສປຊ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສປຊ ດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານປະທານສະມັດຊາໃຫຍ່ ສປຊ Peter Thompson, ບັນດາເຈົ້າໜ້າທີ່ຂັ້ນສູງຂອງ ສປຊ ແລະ ບັນດາເອກອັກຄະລັດຖະທູດຫົວໜ້າຜູ້ຕາງໜ້າຂອງປະເທດຕ່າງໆ… ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
        ໄລຍະທາງ 40 ປີທີ່ຜ່ານມາ, ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນກ່ຽວກັບການພັດທະນາອັນດີງາມຂອງການພົວພັນ ຫວຽດນາມ - ສປຊ. ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳການໜູນຊ່ວຍທີ່ລ້ຳຄ່າ ແລະ ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງຂອງ ສປຊ ແລະ ປະຊາຄົມສາກົນ ໃນການແກ້ໄຂຜົນຮ້າຍຍ້ອນຫຼັງຈາກສົງຄາມ, ສ້າງຕັ້ງປະເທດ ຫວຽດນາມ ຄືນໃໝ່, ປະກອບສ່ວນສຳຄັນນຳປະເທດ ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງທີ່ໜ້າເອກອ້າງທະນົງໃຈຄືໃນປະຈຸບັນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top