• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ຢ່າງຈົບງາມ

      ຕອນ​ຄ່ຳ​ວັນ​ທີ 29/4, ທ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ມາ​ນີ​ລາ (ປະ​ເທດ ຟີ​ລິບ​ປິນ) ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 30 ແລະ ບັນ​ດາກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່ກ່ຽວ​ຂ້ອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Rodrigo Roa Duterte.

ທ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ
Rodrigo Roa Duterte
          ກ່ອນ​ໜ້ານັ້ນ, ໃນ​ວັນ​ດຽ​ວ​ກັນ, ​ຢູ່ນະ​ຄອນຫຼວງ ມາ​ນີ​ລາ (ປະ​ເທດ ຟີ​ລິບ​ປິນ), , ທ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ມີ​ການ​ພົບ​ປ​ະ 2 ຝ່າຍ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Rodrigo Roa Duterte. ທີ່​ການ​ພົບ​ປະ​, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ຕົກ​ລົງ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື 2 ຝ່າຍ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ກ່​ວາ​ອີກ​ໂດຍ​ໄວ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ຢັ້ງ​ຢືນ​ຖື​ເປັນ​ສຳ​ຄັນ​ນ້ຳ​ໃຈ​ເພື່ອນ​ມິດ​ກັບ ຫວຽດ​ນາມ, ຊົມ​ເຊີຍ​ທ່ານ​ປະ​ທານ​ປະ​ເທດ ເຈ​ີ່ນ​ດ້າຍກວາງ ຢ້ຽມ​ຢາມ ຟີ​ລິບ​ປິນ ຢ່າງ​ເປັນ​ທາງ​ການ​ໃນ​ປີ 2017. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ກໍ່​ຂອບ​ອົກ​ຂອບ​ໃຈ​ເລື່ອງ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສະ​ໜອງ​ເຂົ້າ​ສານ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ໃຫ້​ແກ່ ຟີ​ລິບ​ປິນ. ກ່ຽວ​ກັບ​ບັ​ນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ເພື່ອ​ສ້າງ​ສຳ​ເລັດ ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC​) ດ້ວຍ​ເນື້ອ​ໃນ​ແທດ​ຈິງ, ມີ​ຄວາມ​ສາ​ມາດ​ເປັນ​ໄປ​ໄດ້, ເໝ​າ​ະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຊີນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ APEC 2017 ແລະ ​ໃນ​ຖາ​ນະ​ເປັນ​ປະ​ທານ ອາ​ຊຽນ, ສືບ​ຕໍ່​ສົມ​ທົບກັນ ແລະ ສະ​ໜັບ​ສະ​ໜູ​ນ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນ​າມ ​ທີ່ສະ​ເໜີ​ໃນປີ APEC ຫວຽດ​ນາມ 2017.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top