• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກ:ສູ້ຊົນຫລຸດຜ່ອນອັດຕາດອກເບ້ຍແລະລາຍຈ່າຍກູ້ຢືມທຶນໃຫ້ແກ່ວິສາຫະກິດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
       ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ຫລຸບ​ປີ 2016, ຜັນ​ຂະ​ຫຍາຍ​ຫນ້າ​ທີ່​ປີ 2017 ຂອງ​ທະ​ນາ​ຄານ​ແຫ່​ງ​ລັດ ໃນ​ວັນ​ທີ 5/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ຂະ​ແຫນງ​ທະ​ນາ​ຄານ​ເອົາ​ໃຈ​ໃສ່​ບັນ​ດາ​ຂະ​ແຫນງ​ການ, ຂົງ​ເຂດ, ປະ​ກອບ​ສ່ວນ​ໃຫ​້​ແກ່​ການ​ເຕີບ​ໂຕ, ຮັບ​ໃຊ້​ການ​ສົ່ງ​ອອກ, ແກ້​ໄຂວຽກ​ເຮັດ​ງານ​ທຳ, ເປັນ​ຕົ້ນ​ແມ່ນ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ໄດ້​ປະ​ກາດ​ແລ້ວ​ ນັ້ນ​ແມ່ນ ພັດ​ທະ​ນາ​ກະ​ສິ​ກຳໃຫ້​ມ​ີ​ຄຸນ​ນະ​ພາບ​ສູງ, ວິ​ສາ​ຫະ​ກິ​ດ​ຂະ​ຫນາດ​ກາງ ແລະ ນ້ອຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​: ທະ​ນາ​ຄານ​ແຫ່ງ​ລັດ ຕ້ອງ​ນຳ​ຫນ້າ​ປະ​ຕິ​ບັດ​ຄາດ​ໝາຍ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃນ​ປີ 2017  ເປັນ​ປົກ​ກະ​ຕິ, ຄວບ​ຄຸ​ມ​ໄພ​ເງິນ​ເຟີ້​ເປັນ​ຢ່າງ​ດີ, ຮັກ​ສາ​ຕະ​ຫລາດ​ເງິນ​ຕາ, ຄຳເປັນ​ປົກ​ກະ​ຕິ ແລະ ເພີ່ມ​ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ, ຮັກ​ສາ​ຄ່າ​ເງິນ​ດົງ​ເປັນ​ປົກ​ກະ​ຕິ. 
(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top