• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຮຽນເກືອບ 23 ລ້ານຄົນ ຢູ່ຫວຽດນາມເຂົ້າຮ່ວມພິທີໄຂສົກຮຽນໃຫມ່ 2020- 2021

      ຕອນເຊົ້າວັນທີ ກັນຍາ ມີນັກຮຽນເກືອບ 23 ລ້ານຄົນໃນທົ່ວປະເທດຫວຽດນາມໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ 2020- 2021 ຕາມຮູບການກະທັດລັດ, ຮັບປະກັນຄວາມປອດໄພ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19.

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມຟຸ່ງກວັກຫຽນ (ຜູ້ຢູ່ເບື້ອງຂວາ) ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ຢູ່ ໂຮງຮຽນອະນຸບານ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ຫງວຽນຊຽວ - ຮ່າໂນ້ຍ (ພາບ: VOV5) 
      ຢູ່ນະຄອນຫລວງ ຮ່າໂນ້ຍ ມີນັກຮຽນເກືອບ 2,1 ລ້ານຄົນໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່. ທ່ານ ເວືອງດີງເຫ້ວ, ສາດສະດາຈານ, ປອ ນາຍຄູດີເດັ່ນ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ຢູ່ ໂຮງຮຽນມັດທະຍົມຕອນຕົ້ນ ຢ໋າງຫວໍ ເມືອງ ບາດີງ - ຮ່າໂນ້ຍ.
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມຟຸ່ງກວັກຫຽນ ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ຢູ່ ໂຮງຮຽນອະນຸບານ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ຫງວຽນຊຽວ - ຮ່າໂນ້ຍ.
ສ່ວນທ່ານນາງຮອງປະທານປະເທດຫວຽດນາມດັ້ງທິງອກທິ້ງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ຢູ່ໂຮງຮຽນມັດທະຍົມຕອນປາຍ ເລກູຍໂດນ ນະຄອນໂຮ່ຈີມິນ.
ຢູ່ ນະຄອນດາຫນັງ  ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ນັກຮຽນໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ທາງອອນລາຍ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top