• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກລົງທຶນສ.ເກົາຫຼີຊອກກາຫາລະໂອກາດຈາກວິວັດທະນາການສ້າງໂຄງປະກອບ ເສດຖະກິດຄືນໃໝ່ຂອງຫວຽດນາມ


ກອງ​ປະ​ຊຸມສຳ​ມະ​ນາ
(ພາບ: vietnamplus.vn)
       ວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດຫວຽດ​ນາມ ​ຄືນ​ໃໝ່​ດ້ວຍ​ບັນ​ດາ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ແລະ ປ່ຽນ​ໃໝ່​​ລັດວິ​ສາ​ຫະ​ກິດ​ພາກ​ລັດ ຈະ​ນຳ​ມາ​ເຊິ່ງ​​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ສ.ເກົາ​ຫຼີ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ສ.ເກົາ​ຫຼີ ຟ້າມ​ຫິວ​ຈິ໋, ທີ່ກອງ​ປະ​ຊຸມສຳ​ມະ​ນາ “ກາ​ລ​ະ​ໂອ​ກາດ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ ຕາມ​ຮູບ​​ການຄູ່​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ ແລະ ຫັນ​ລັດ​ວິ​ສາ​ຫະ​ກິດເປັນ​ຫຸ້ນ​ສ່ວນ​ຢູ່​ຫວຽດ​ນາມ” ຖືກ​ດຳ​ເນີນ​ຢູ່ ເຊີ​ອຸ່ນ, ໃນ​ວັນ​ທີ 15/12.
        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫິວ​ຈິ໋ ໃຫ້​ຮູ້​ວ່າ, ດ້ວຍ​ລະ​ດັບ​ເຕ​ີບ​ໂຕ​ເສດ​ຖະ​ກິດ​ສະ​ເລ່ຍ​ແມ່ນກວ່າ 6% ໃນ​ໄລ​ຍະ 2011 – 2015 ແລະ ຄາດ​ວ່າ​ຈະ​ບັນ​ລຸ​ລະ​ດັບ 6,3% ໃນ​ປີ 2016 ກໍ່​ຄື​ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ 2 ຝ່າຍ ແລະ ພາ​ກ​ພື້ນ​ຢ່າງ​ຕັ້ງ​ໜ້າ, ຫວຽດນາມ ພວມ​ແມ່ນ​ຈຸດ​ນັດ​ພົບ​ທີ່​ດ​ູດ​ດຶ່ມ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ດ້ວຍຍອດ​ຈຳ​ນວນ​ເງິ​ນ​ລົງ​ທຶນ​ຈົດ​ທະ​ບຽນ​ກວ່າ 310 ຕື້ USD. ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຳ​ມະ​ນາ, ມີ​ຜູ້​​ຕາງ​ໜ້າ​ບັນ​ດາ​ບໍ​ລິ​ສັດ, ກຸ່ມ​ບໍ​ລິ​ສັດ ແລະ ກອງ​ທຶນ​ເພື່ອ​ການ​ລົງ​ທຶນ​ສ.ເກົາ​ຫຼີ 150 ຄົນໄດ້​ຕີ​ລາ​ຄາ​ສູງ​ສະ​ພາບ​ແວດ​ລ້ອມ ແລະ ບັນ​ດາ​ກາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່​ຫວຽດ​ນາມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top