• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ຄວນມານະພະຍາຍາມຄວບຄຸມສະບຽງອາຫານ

ນະຄອນ ໂຮ່ຈີມິນ ແມ່ນນະຄອນມີພົນລະເມືອງເປັນຈຳນວນຫລວງຫລາຍ, ມີຄວາມຕ້ອງການບໍລິໂພກສະບຽງອາຫານຢ່າງສູງ,

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄປສຳຫລວດກວດກາ
ແລະ ເຮັດວຽກຢູ່ຕະຫລາດຂາຍສົ່ງຜະລິດຕະພັນກະເສດ ບີງດ່ຽນ (ພາບ: TTXVN)

ດັ່ງນັ້ນ, ນະຄອນ ໂຮ່ຈີມິນ ຄວນມານະພະຍາຍາມຄວບຄຸມສະບຽງອາຫານຈາກຕົ້ນກຳເນີດ, ເປັນຕົ້ນແມ່ນບັນດາຕະຫລາດຂາຍສົ່ງ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກຄືດັ່ງກ່າວ ທີ່ການສຳຫລວດກວດກາ ແລະ ເຮັດວຽກຢູ່ຕະຫລາດຂາຍສົ່ງຜະລິດຕະພັນກະເສດ ບີງດ່ຽນ (ນະຄອນ ໂຮ່ຈີມິນ) ໃນຕອນເຊົ້າວັນທີ 06 ພຶດສະພາ.

        ເມື່ອຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງນະຄອນ ໂຮ່ຈີມິນ ໃນການເຕົ້າໂຮມສະບຽງອາຫານເຂົ້າໃນສະຖານທີ່ຈຳໜ່າຍແຫ່ງດຽວ ເພື່ອຄວມຄຸມຢ່າງສະດວກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ນີ້ແມ່ນຮູບແບບຄວນໄດ້ຮັບການທະວີຄຸນ, ເລື່ອງເຕົ້າໂຮມສະບຽງອາຫານຄືດັ່ງກ່າວ ທັງກວດກາກ່ອນທີ່ສົ່ງອອກສູ່ຕະຫລາດ ທັງສາມາດໜູນຊ່ວຍປະຊາຊົນມີບ່ອນເຕົ້າໂຮມເພື່ອຄ້າຂາຍຄືຕະຫລາດຂາຍສົ່ງ ບີງດ່ຽນ ແມ່ນຈຳເປັນທີ່ສຸດ.

(ແຫຼ່ງຄັດຈາກ VOV)


ເລີ່ມ​ເຄື່ອນ​ໄຫວ​ວິ​ວັດ​ການ​ນຳ​ເຝີ ຫວຽດ ແຜ່​ກະ​ຈາຍ​ຢູ່ ເອີ​ຣົບ

ເລີ່ມ​ເຄື່ອນ​ໄຫວ​ວິ​ວັດ​ການ​ນຳ​ເຝີ ຫວຽດ ແຜ່​ກະ​ຈາຍ​ຢູ່ ເອີ​ຣົບ

“ວິ​ວັດ​ການ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ​ ເຝີ ຫວຽດ​ ຢູ່ ເອີ​ຣົບ ປີ 2026” (Pho Cultural Roadshow Europe 2026) ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ​ມິ​ຖຸ​ນາ ຮອດ​ກາງ​ເດືອນ ກໍ​ລະ​ກົດ 2026, ໂດຍ​​ໄປ​ຜ່ານ 7 ສະ​ຖານ​ທີ່: ໂປ​ໂລຍ, ສະ​ໂລ​ວາ​ກີ, ໂອ​ຕາ​ລິດ, ຮຸງ​ກາ​ຣີ, ສ. ເຊັກ​ໂກ ແລະ ເຢຍ​ລະ​ມັນ.

Top