• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງວຽງຈັນເພີ່ມທະວີການຮ່ວມມື

      ຄະນະຜູ້ແທນສະພາປະຊາຊົນ ນະຄອນໂຮ່ຈີມິນ ໂດຍທ່ານນາງ ຫງວຽນທິເລະ ຮອງເລຂາ ຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວໃນລະຫວ່າງວັນທີ 24 -28 ກໍລະກົດ.

ທ່ານນາງ ຫງວຽນທິເລະ ຮອງເລຂາ ຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ, ເຈົ້າຄອງ ນະຄອນຫຼວງວຽງຈັນ (ພາບ: TTXVN)
      ໃນລະຫວ່າງວັນທີ 24 – 25 ກໍລະກົດ, ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ, ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຢ່າງສະໜິດສະໜົມ. ເຂົ້າຮ່ວມບັນດາການຕ້ອນຮັບມີຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ.
        ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິເລະ ໄດ້ຢັ້ງຢືນວ່າ ນະຄອນໂຮ່ຈີມິນ ຍາມໃດກໍ່ ຖື ເປັນສຳຄັນການພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ຫວຽດນາມ - ລາວເວົ້າລວມ, ກໍ່ຄືການພົວພັນແຮກສ່ຽວລະຫວ່າງນະຄອນໂຮ່ຈີມິນ ກັບ ນະຄອນຫຼວງ ວຽງຈັນເວົ້າສະເພາະ.
        ບັນດາການນຳໄດ້ສະເໜີໃຫ້ ສະພາປະຊາຊົນ ນະຄອນໂຮ່ຈີມິນ ສືບຕໍ່ໜູນຊ່ວຍ, ຮ່ວມມືຢ່າງແໜ້ນແຟ້ນກັບສະພາປະຊາຊົນະຄອນຫຼວງວຽງຈັນ ກໍ່ຄືສະພາປະຊາຊົນບັນດາທ້ອງຖິ່ນຂອງລາວ, ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ, ແລກປ່ຽນບົດຮຽນຕາມຫົວຂໍ້ສະເພາະຢ່າງລະອຽດ, ພິເສດແມ່ນໃນຂົງເຂດຄຸ້ມຄອງ, ປະຕິບັດນະໂຍບາຍຄຸ້ມຄອງທີ່ດິນ ແລະ ອະສັງຫາລິມະຊັບ, ສ້າງແຫຼ່ງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top