• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈິມິນຈັດການພົບປະສັງສັນກັບປະຊາຊົນຊາວເຜົ່າສ່ວນໜ້ອຍທີ່ດີເດັ່ນ

ນະ​ຄອນ​ໂຮ່​ຈິ​ມິນ​ຈັດ​ການ​ພົບ​ປະ​ສັງ​ສັນ​ກັບ​ປະ​ຊາ​ຊົນຊາວ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ດີ​ເດັ່ນ
(ພາບ: TTXVN)
          ​ຕອນ​ເຊົ້າ​ວັນ​ທີ 12/02, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈ​ັດ​ການ​ພົບ​ປະ​ສັງ​ສັນກັບ​ປະ​ຊາ​ຊົນ​​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ດີ​ເດັ່ນ ຍາມ​ຕົ້ນ​ປີ​ໃໝ່ ປີ​ລະ​ກາ. ໃນ​ປີ​ຜ່ານ​ມາ, ປະ​ຊາ​ຊົນ​ຊາວ​ເຜົ່​າ​ສ່ວ​ນ​ໜ້ອຍຄື: ຊາວ​ຈີນ, ຊາວ​ເຜົ່າ​ຈຳ, ຂະ​ແມ ແລະ ບັນ​ດາ​ຊົນ​ເຜົ່າ​ອື່ນ​ຢູ່​ນະ​ຄອນ ຍາມ​ໃດ​ກໍ່​ຕັ້​ງ​ໜ້າ, ເປັນ​ເຈົ້າ​ກາ​ນ​ເຂົ້າ​ຮ່ວມ​ບັນ​ດາ​ຂະ​ບວນ​ການ, ບັ້ນ​ຂົນ​ຂວ​າຍ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ ແລະ ບັນ​ດາ​​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ປຸກ​ລະ​ດົມ, ປະ​ກອບ​ສ່ວນບໍ່​ແມ່ນ​ໜ້ອຍ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ນະ​ຄອນ. ອ້າຍ ມ​ູ​ ຊາ​ເຟືອງ, ​ຊາວ​ເຜົ່າ​ຈຳ, ຜູ້​ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນ​ຄັ້ງ​ນີ້ແບ່ງ​ປັນ​ວ່າ.
        “ຊາວ​ເຜົ່າ​ຈຳ ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ພ້ອມ​ກັບ​ປະ​ຊ​າ​ຊົນ​ນະ​ຄອນ ປະ​ຕິ​ບັດ​ນະ​ໂຍ​ບາຍ​ຂອ​ງ​ພັກ, ກົດ​ໝາຍ​ຂອງ​ລັດ ໃຫ້​ເປັນ​ຢ່າງ​ດີ; ຕັ້ງ​ໜ້າ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ, ເຂົ້າ​ຮ່ວມ​ບັນ​ດາ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ໃຫ້​ເປັນ​ຢ່າງ​ດີ; ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ; ປະ​ກອບ​ສ່ວນກໍ່​ສ້າງ​ນະ​ຄອນ “​ການ​ດຳ​ລົງ​ຊີ​ວິດມີ​ຄຸນ​ນະ​ພາບ, ສີ​ວິ​ໄລ, ທັນ​ສະ​ໄໝ, ​​​ໄມ້​ຕີ​ຈິດ”.
(ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top