• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນເກີນເທີກໍ່ສ້າງສະຖາບັນພຸດທະສາສະຫນານາມຕົງຂະແມ


ພິ​ທີ​ວາງ​ສີ​ລາ​ລືກ ກໍ່​ສ້າງ​ສະ​ຖາ​ບັນ​ພຸດ​ທະ​ສາ​ສະ​ຫນາ​ນາມ​ຕົງ​
ພາບ:giacngo
      ວັນ​ທີ 25/3, ສະ​ພາ​ບໍ​ລິ​ຫານ​ງານ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ, ສະ​ຖາ​ບັນ​ພຸດ​ທະ​ສາ​ສະ​ຫນາ​ນາມ​ຕົງ​ຂະ​ແມ ໄດ້​ຈັດ​ຕັ້ງ​ພິ​ທີ​ວາງ​ສີ​ລາ​ລືກ ແລະ​ຂົນ​ຂວາຍກໍ່​ສ້າງ​ສະ​ຖາ​ບັນ​ພຸດ​ທະ​ສາ​ສະ​ຫນາ​ນາມ​ຕົງ​ຂະ​ແມ​ຢູ່ ເມືອງ ໂອ​ມົນ ນະ​ຄອນ​ເກີນ​ເທີ. ສະ​ຖາ​ບັນ​ແຫ່ງນີ້​ໄດ້​ຮັບ​ການກໍ່​ສ້າງ​ໃນ​ເນື້ອ​ທີ 7 ເຮັກ​ຕາ ດ້ວຍ​ລາຍ​ຈ່າຍ​ແມ່ນກວ່າ 450 ຕື້​ດົງ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ພຸດ​ທະ​ສາ​ສະ​ນີ​ກະ​ຊົນ​ຂະ​ແມ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ພາກ​ໃຕ້​ຫວຽດ​ນາມ ແລະ ຈະ​ຮັບ​ພຸດ​ທະ​ສາ​ສະ​ນີ​ກະ​ຊົນ​ຈາກ​ບັນ​ດາ​ປະ​ເທດ ລາວ, ກຳ​ປູ​ເຈຍ ແລະ ໄທ​ມາ​ຮຽນ. ພະ​ອາ​ຈານໃຫຍ່ ລີ​ຮຸ່ງ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ບໍ​ລິ​ຫານ​ສະ​ຖາ​ບັນ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ສະ​ຖາ​ບັນ​ແຫ່ງ​ທີ 4 ຂອງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ ແລະ ສະ​ຖາ​ບັນ​ນີ້​ຈະ​ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕ​າ​ເວັນ​ອອກ, ອາ​ຊີ ແລະ ມີ​ຂອບ​ຂ​ະ​ຫນາດ​ລະ​ດັບ​ສາ​ກົນ. ຄາດ​ວ່າ ສະ​ຖາ​ບັນ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​ການກໍ່​ສ້າງ​ສ​ຳ​ເລັດ​ໃນ​ປີ 2018.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top