• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງຖິ່ນຕ່າງໆໄດ້ຈັດການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດວັນບຸນຄຼິດສະມາດ

      ວັນທີ 23 ທັນວາ ຢູ່ ນະຄອນເກີນເທີ, ທ່ານ ເຈີນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດປີ 2017 ຢູ່ ສຳນັກງານສັງຄະນາຍົກເກີນເທີ.

ທ່ານ ເຈືອງຮ່ວາບີງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໄດ້ອວຍພອນໃຫ້ບັນດາຫລວງພໍ່, ຄຸນພໍ່
ພາບ:vietnam+
      ກ່າວຄຳເຫັນນະທີ່ນີ້ ທ່ານເຈີນແທງເໝີນ ປາດຖະຫນາວ່າ ບັນດາຄຸນພໍ່ຢູ່ ສຳນັກງານສັງຄະນາຍົກ ເກີນເທີ ສືບຕໍ່ສະຫນັບສະຫນູນບັນດາການຂົນຂວາຍໂດຍແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ, ປະກອບສ່ວນກຳລັງແຮງເພື່ອສຳເລັດບັນດາຄາດໝາຍເສດຖະກິດ ສັງຄົມ.
      ໃນການຢ້ຽມຢາມອົງການຈັດຕັ້ງສາສະຫນາຈຳນວນຫນຶ່ງຢູ່ບໍລິເວນແຂວງ ກອນຕູມ ໃນຕອນເຊົ້າວັນທີ 23 ທັນວາ, ທ່ານ ເຈືອງຮ່ວາບີງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໄດ້ອວຍພອນໃຫ້ບັນດາຫລວງພໍ່, ຄຸນພໍ່, ພິກສຸນີພ້ອມກັບຊາວຄຼິດ ໃນບໍລິເວນແຂວງ. ທ່ານຮອງນາຍົກລັດຖະມົນຕີ ປາດຖະຫນາວ່າ ໃນໄລຍະຈະມາເຖິງ, ຄຸນພໍ່, ຫລວງພໍ່, ຜູ້ມີຍົກສັກຕຳແຫນ່ງທາງສາສະຫນາ ສືບຕໍ່ຮ່ວມເດີນທາງພ້ອມກັບພັກ, ລັດ, ແນວໂຮມປະເທດຊາດ ໃນການຊີ້ນຳນຳພາທົ່ວປວງຊົນ, ຊາວຄຼິດເພື່ອສ້າງສາ ແລະ ປົກປັກຮັກສາ, ພັດທະນາປະເທດຊາດ ຮັບໃຊ້ພະເຢຊູ, ຮັບໃຊ້ປະເທດຊາດ. ກ່ຽວກັບລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ເພື່ອສ້າງເງື່ອນໄຂໃຫ້ບັນດາສາສະຫນາເຄື່ອນໄຫວ, ລັດຖະບານຈະປະກາດໃຊ້ດຳລັດແນະນຳການຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍການເຫລື້ອມໃສສາສະຫນາ.
        “ໄລຍະຈະມາເຖິງ ຫວຽດນາມຈະຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການເຫລື້ອມໃສສາສະຫນາ. ຈະມີດຳລັດຂອງລັດຖະບານແນະນຳເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາສາສະຫນາເຄື່ອນໄຫວ. ສຳລັບພະເຢຊູ, ສາສະຫນາໂປແຕດສະຕັງ ແມ່ນບັນດາສາສະຫນາຊື່ງລັດຖະບານມີຄວາມເອົາໃຈໃສ່.”
ແຫຼ່ງຄັດຈາກ VOV

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top