• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Lee Byong-hyun ໄດ້ຮັບການເລືອກຕັ້ງເປັນປະທານສະພາບໍລິຫານງານ UNESCO 17 ພະຈິກ 2017

      ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສະຫະປະຊາຊາດ (UNESCO) ທ່ານ Lee Byong-hyun ໄດ້ຮັບການເລືອກຕັ້ງເປັນປະທານສະພາບໍລິຫານງານຂອງອົງການຈັດຕັ້ງສາກົນນີ້. 

ທ່ານນາງອະດີດເລຂາທິການໃຫຍ່ UNESCO Irina Bokova  ແລະ ທ່ານ Lee Byong-hyun (ພາບ: unesco)
      ນີ້ເປັນຄັ້ງທຳອິດ ມີຊາວ ສ.ເກົາຫຼີ ຄົນໜຶ່ງໄດ້ຮັບດຳລົງຕຳແໜ່ງດັ່ງກ່າວ ນັບແຕ່ເມື່ອປະເທດນີ້ ເຂົ້າເປັນສະມາຊິກ UNESCO ໃນປີ 1950.
        ວັນທີ 16 ພະຈິກ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ທ່ານ Lee ຍາດໄດ້ບັດສະໜັບສະໜູນ 32 ບັດ ໃນຈຳນວນ 55 ປະເທດສະມາຊິກໃນການປ່ອນບັດເລືອກຕັ້ງທີ່ວາລະປະຊຸມເທື່ອທີ 203 ຂອງສະພາບໍລິຫານງານຢູ່ສຳນັກງານຂອງ UNESCO ທີ່ Paris ປະເທດ ຝະຣັ່ງ. ຝ່າຍ ສ.ເກົາຫຼີ ແຈ້ງໃຫ້ຮູ້ວ່າ ລັດຖະບານ ສ.ເກົາຫຼີ ດ້ວຍບົດບາດເປັນປະເທດສະມາຊິກຂອງສະພາບໍລິຫານງານ ຈະໜູນຊ່ວຍທ່ານ Lee ຮັບດຳລົງຕຳແໜ່ງໃໝ່ຢ່າງສຸດຈິດສຸດໃຈ ເພື່ອຊຸກຍູ້ສັນຕິພາບ ແລະ ການຮ່ວມມື.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top