• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເດີນທາງອອກຈາກ ຫວຽດນາມ ກັບເມືອປະເທດ

ທັງສອງຝ່າຍໄດ້ເຫັນດີເປັນເອກກະພາບກ່ຽວກັບເລື່ອງສອງປະເທດຄວນຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ປັບປຸງບັນດາກົນໄກສົນທະນາທີ່ພວມມີຢູ່.

ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຂຶ້ນເຮືອບິນ Air Force One

ພາຍຫຼັງສິ້ນສຸດການພົບປະກັບນັກຂ່າວເພື່ອປິດກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ ສອງຢູ່ ຮ່າໂນ້ຍ, ເວລາ 15 ໂມງ 45 ນາທີ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຂຶ້ນເຮືອບິນ Air Force One ເພື່ອອກຈາກ ຮ່າໂນ້ຍ ກັບເມື່ອປະເທດ, ສິ້ນສຸດການເດີນທາງຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ ສອງ ໃນລະຫວ່າງວັນທີ 27 -28 ກຸມພາ 2019.

ໃນໄລຍະຢູ່ ຫວຽດນາມ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເຈລະຈາກັບທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ພົບປະກັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ. ທີ່ການເຈລະຈາ ແລະ ການພົບປະ, ທັງສອງຝ່າຍໄດ້ເຫັນດີເປັນເອກກະພາບກ່ຽວກັບເລື່ອງສອງປະເທດຄວນຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ປັບປຸງບັນດາກົນໄກສົນທະນາທີ່ພວມມີຢູ່, ສະໜັບສະໜູນເລື່ອງສອງປະເທດຈະສືບຕໍ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເຫັນດີຈະສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບບາງບັນຫາພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສະໜັບສະໜຸບການແກ້ໄຂຂໍ້ຂັດແຍ້ງຢູ່ທະເລຕະເວັນອອກໂດຍສັນຕິວິທີ, ຖຶກຕ້ອງຕາມກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS); ເຄົາລົບບັນດາວິວັດການຕ່າງປະເທດ ແລະ ນິຕິກຳ ຢ່າງຄົບຖ້ວນ, ປະຕິບັດຖະແຫຼງການປີ 2002 ກ່ຽວກັບວິທີການປະພຶດຢູ່ ທະເລຕາເວັນອອກຢ່າງມີປະສິດທິຜົນ ແລະ ລົງນາມໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)ໂດຍໄວ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top