• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ເຈິ່ນວັນບ໋ານ, ຜູ້ປະກອບອາຊີບຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນເປັນເວລາ 35 ປີ

      ປີໃດກໍ່ເຊັ່ນດຽວກັນ, ຮອດໂອກາດວັນບຸນໄຫວ້ພະຈັນວຽນມາ, ທ່ານ ເຈິ່ນວັນບ໋ານ ພັດຍຸ້ງກັບອາຊີບຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນ. ໃນຄອບຄົວຂອງທ່ານມີ 3 ລຸ້ນຄົນໄດ້ປະກອບອາຊີບນີ້.

ພາບປະກອບ
      ເມື່ອຮອດຍາມຜະລິດເຂົ້າໜົມໄຫວ້ພະຈັນ, ເຮືອນຂອງທ່ານ ບ໊ານ ຢູ່ໝູ່ບ້ານ ເທື້ອງກູງ, ຕາແສງ ຕ່ຽນຟອງ, ເມືອງ ເທື່ອງຕິ໊ນ, ຮ່າໂນ້ຍ ລ້ວນແຕ່ມີສຽງເນືອງນັນໄປດ້ວຍສຽງເຈາະ, ແກະ, ຄວັດທັງເວັນ ແລະ ຄືນ ເພື່ອຜະລິດເບົ້າເຮັດເຂົ້າໜົມຕາມໃບສັ່ງຊື້ຈາກລູກຄ້າ.
        ຕັ້ງຢູ່ຫ່າງຈາກຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 25 ກມ, ເຖື້ອງກູງ ແມ່ນໝູ່ບ້ານມີອາຊີບເຟີນີເຈີທີ່ເປັນມູນເຊື້ອ. ຕາມລະດູການ, ເມື່ອໂອກາດວັນບຸນໄຫວ້ພະຈັນວຽນມາ (ບຸນວັນເພັງເດືອນ 8), ປະຊາຊົນໃນໝູ່ບ້ານກໍ່ໄດ້ສຸມໃສ່ຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນ. ວັນບຸນໄຫວ້ພະຈັນຕາມຈັນທະປະຕິທິນແລ້ວ, ແມ່ນວັນບຸນທີ່ເປັນມູນເຊື້ອຢູ່ຫຼາຍປະເທດ ອາຊີ, ຢູ່ ຫວຽດນາມ ວັນບຸນໄຫວ້ພະຈັນນີ້ຍັງແມ່ນວັນບຸນສຳລັບເດັກນ້ອຍອີກດ້ວຍ. ພາເຂົ້າບູຊາໃນ ວັນບຸນໄຫວ້ພະຈັນ ນອກຈາກເຄື່ອງລະຫຼິ້ນ, ໝາກໄມ້, ເຂົ້າໜົມ, ສິ່ງທີ່ຂາດບໍ່ໄດ້ນັ້ນແມ່ນເຂົ້າໜົມໄຫວ້ພະຈັນທີ່ເປັນມູນເຊື້ອທັງສອງຊະນິດ. ເຂົ້າໜົມໄຫວ້ພະຈັນທັງສອງຊະນິດນັ້ນ ມີຮູບມົນ ຫຼື ຮູບຈະຕຸລັດ, ເຊິ່ງແມ່ນຜະລິດຕະພັນພິເສດຂອງວັນບຸນ ໄຫວ້ພະຈັນ. ຈາກຈຸດວັດທະນະທຳທີ່ເປັນມູນເຊື້ອນັ້ນ ໄດ້ກຳເນີດອາຊີບຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນ. ເມື່ອແຂກທ່ອງທ່ຽວໄປຢ້ຽມຢາມໝູ່ບ້ານ ເທື້ອງກູງ, ຖາມຫາເຮືອນຂອງທ່ານ ເຈິ່ນວັນບ໋ານ ໃຜໆກໍ່ຮູ້ໝົດ ຍ້ອນວ່າທ່ານມີຄວາມຜູກພັນກັບອາຊີບຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນໃນຫຼາຍປີມານີ້ ແລະ ສີມືຂອງທ່ານກໍ່ຢູ່ໃນລະດັບເກັ່ງກ່ວາໝູ່ໃນໝູ່ບ້ານ. ນັບແຕ່ເດືອນເມສາແມ່ນເລີ່ມເຂົ້າລະດູຜະລິດເບົ້າເຂົ້າໜົມແລ້ວ, ແຕ່ລະມື້, ທ່ານ ບ໋ານຕ້ອງຕື່ນແຕ່ເຊົ້າໆ, ເພື່ອມາເຮັດເບົ້າເຂົ້າໜົມຈົນຮອດຄ່ຳມືດ. ທ່ານກ່າວວ່າ:
        “ປີນີ້, ຂ້າພະເຈົ້າມີອາຍຸ 53 ປີ, ຂ້າພະເຈົ້າໄດ້ປະກອບອາຊີບນີ້ມາເປັນເວລາ 35 ປີແລ້ວ. ກ່ອນນີ້, ໃນໝູ່ບ້ານມີຫຼາຍຄອບຄົວໄດ້ປະກອບອາຊີບນີ້, ວຽກງານຫຍຸ້ງຍາກ, ໜັກໜ່ວງ, ກຳໄລບໍ່ຫຼາຍ ດັ່ງນັ້ນ, ມາຮອດປະຈຸບັນ, ຍັງເຫຼືອແຕ່ຄອບຄົວຂ້າພະເຈົ້າ ແລະ ອີກຄອບຄົວໜຶ່ງທີ່ປະກອບອາຊີບເບົ້າເຮັດນີ້ເທົ່ານັ້ນ. ເຂົ້າໜົມກອບທີ່ຂ້າພະເຈົ້າຜະລິດອອກມານັ້ນ ໄດ້ເອົາໄປຂາຍຢູ່ທົ່ວທຸກແຂວງ, ນະຄອນໃນທົ່ວປະເທດ. ແຂກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມ ຫວຽດນາມ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົາເຈົ້າກໍ່ຊື້ເບົ້າເພື່ອເອົາເມືອເຮັດເຂົ້າໜົມໄຫວ້ພະຈັນນຳອີກ.
              ແຕ່ລະປີ, ທ່ານ ບ໋ານ ໄດ້ຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນແຕ່ 500 – 600 ອັນ. ຕົ້ນຕໍແມ່ນຂາຍໃຫ້ບັນດາຮາກຖານຜະລິດເຂົ້າໜົມໄຫວ້ພະຈັນ. ບໍ່ວ່າຮູບແບບໃດ, ເມື່ອລູກຄ້າຕ້ອງການ, ທ່ານ ບ໋ານ ກໍ່ສາມາດເຮັດໃຫ້ໄດ້ ດັ່ງນັ້ນເບົ້າເຂົ້າໜົມຂອງທ່ານຈຶງມີລູກຄ້າສັ່ງຊື້ເປັນຈຳນວນຫຼາຍ. ເອື້ອຍ ດິງແທງຕູ໊, ລູກຄ້າມາຈາກຮ່າໂນ້ຍ ໃຫ້ຮູ້ວ່າ:
ໂດຍໄດ້ຮັບການແນະນຳຈາກໝູ່ເພື່ອນ, ຂ້າພະເຈົ້າຈຶ່ງຮູ້ຈັກໝູ່ບ້ານ ເທື້ອງກູງ ແມ່ນບ່ອນຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນ, ເຊິ່ງເປັນໝູ່ບ້ານມີມູນເຊື້ອມາແຕ່ດົນນານ. ເມື່ອໄປຮອດໝູ່ບ້ານ, ທຸກຄົນໄດ້ແນະນຳໃຫ້ຂ້າພະເຈົ້າວ່າມີຄອບຄົວທ່ານ ບ໋ານ ຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນງາມທີ່ສຸດມີ, ຫຼາຍຮູບຫຼາຍແບບ, ອຸດົມສົມບູນ. ຂ້າພະເຈົ້າຢາກຊອກຮູ້ໝູ່ບ້ານຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນເພື່ອເຫັນໄດ້ຄຸນຄ່າວັດທະນະທຳຂອງໝູ່ບ້ານອາຊີບ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນຍ້ອນຊອກໄດ້ບັນດາແບບເຮັດເຂົ້າໜົມທີ່ຖືກໃຈ, ເພື່ອເອົາໄປເຮັດເຂົ້າໜົມໄຫວ້ພະຈັນໃຫ້ເດັກນ້ອຍ.

ເບົ້າມີຫຼາຍລວດລາຍ
      ເບົ້າເຮັດເຂົ້າໜົມໄຫວ້ພະຈັນຖືກເຮັດດ້ວຍໄມ້ຈັນ ແລະ ໄມ້ຫຳງົວ, ຍ້ອນນີ້ແມ່ນບັນດາປະເພດໄມ້ເນື້ອດີ, ອ່ອນ, ແກະ, ຄວັດງ່າຍ, ບໍ່ຄົບງໍ, ເບົ້າທີ່ເຮັດອອກມານັ້ນສາມາດໃຊ້ໄດ້ເປັນຫຼາຍສິບປີກໍ່ຍັງບໍ່ເພ. ເພື່ອກວດກາຄຸນນະພາບຂອງເບົ້າ, ຜູ້ຜະລິດໄດ້ໃຊ້ດິນດາກເພື່ອໃສ່ເຂົ້າເບົ້າ ຄືກັບເວລາເຮັດເຂົ້າໜົມແທ້, ເພື່ອປຽບທຽບໄດ້ຢ່າງງ່າຍດາຍ. ທ່ານ ເຈິ່ນວັນບ໊ານ ໃຫ້ຮູ້ຕື່ມອີກວ່າ:
ກ່ອນນີ້, ເມື່ອຜະລິດເບົ້າເຮັດເຂົ້າໜົມ ຕ້ອງຄວັດດ້ວຍມື ແຕ່ມາຮອດປະຈຸບັນ, ມີເຄື່ອງຈັກຄວັດ, ແກະ, ສະແກນໜູນຊ່ວຍດັ່ງນັ້ນຄວາມຫຍຸ້ງຍາກກໍ່ຫລຸດລົງ. ຂັ້ນຕອນສຳຄັນທີ່ສຸດແມ່ນຄວັດລວດລາຍ, ເຕັກນິກແມ່ນຢູ່ນຳລວດລາຍ, ຄວັດລວດລາຍນັ້ນຕ້ອງໄດ້ໃຊ້ມື. ເບົ້າເຮັດເຂົ້າໜົມໄຫວ້ພະຈັນທີ່ເປັນມູນເຊື້ອທັງ 2 ຊະນິດນັ້ນແມ່ນແຕກຕ່າງກັນ, ຖ້າພວກເຮົາເຮັດເບົ້າຖືກຕ້ອງຕາມຂັ້ນຕອນເຕັກນິກເວລາເຮັດເຂົ້າໜົມອອກມາກໍ່ຈະມີຮູບຊົງສວຍງາມ, ເຫັນລວດລາຍລະອຽດດີ.
ທ່ານ ບ໋ານ ໄດ້ເລົ່າຄວາມໃນໃຈສູ່ຟັງວ່າ, ທ່ານບໍ່ສາມາດນັບໄດ້ວ່າຄອບຄົວທ່ານໄດ້ຜະລິດເບົ້າເຮັດເຂົ້າໜົມໄຫວ້ພະຈັນເທົ່າໃດອັນແລ້ວ. ແຕ່ພວກເຮົາຮູ້ວ່າ: ອາຊີບຜະລິດເບົ້າເຂົ້າໜົມໄຫວ້ພະຈັນຂອງທ່ານໄດ້ປະກອບສ່ວນອະນຸລັກຮັກສາອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານໄວ້, ນຳມາເຊິ່ງບັນຍາກາດຂອງວັນບຸນໄຫວ້ພະຈັນເຂົ້າເຖິງທຸກໆຄອບຄົວ.
 (​ແຫຼ່ງຄັດ​ຈາກ VOV)

 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top